ສຳນັກຂ່າວວຽງຈັນທາຍ ລາຍງານໃນວັນທີ 6 ກຸມພາ 2020 ວ່າ: ອໍານາດການປົກຄອງເມືອງລະຄອນເພັງ ເເຂວງ ສາລະວັນ ໃຫ້ຮູ້ວ່າ “ການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 6 ທີ່ຈະເຊື່ອມຕໍ່ລະຫວ່າງເມືອງ ລະຄອນເພັງ ແຂວງສາລະວັນ ຫາເມືອງ ນາຕານ ແຂວງອຸບົນຣາຊະທານີຂອງປະເທດໄທ ຈະໄດ້ມີການກໍ່ສ້າງຂຶ້ນພາຍຫຼັງທີ່ການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ລະຫວ່າງແຂວງ ບໍລິຄໍາໄຊ ແລະ ແຂວງບຶງການຂອງໄທສໍາເລັດ, ເຊິ່ງລັດຖະບານທັງສອງປະເທດໄດ້ຕົກລົງເຫັນດີເປັນເອກະພາບນໍາກັນແລ້ວ”

ທ່ານ ສົມໃຈ ອຸ່ນຈິດ ເຈົ້າເມືອງ ລະຄອນເພັງ ໄດ້ກ່າວວ່າ: ຂົວມິດຕະພາບລາວ-ໄທແຫ່ງທີ 6 ນີ້ຈະມີບົດບາດທີ່ສໍາຄັນໃນການສົ່ງເສີມການຄ້າ ແລະ ການລົງທຶນ ໂດຍສະເພາະການຂົນສົ່ງ ສິນຄ້າຂ້າມມາຈາກປະເທດໄທ ຜ່ານເມືອງລະ ຄອນເພັງ ອອກໄປສູ່ຫວຽດນາມ, ຂຶ້ນໄປ ສປ ຈີນ, ໄປພາກເໜືອ ຫຼື ລົງໄປພາກໃຕ້ຂອງລາວ ຜ່ານແຂວງ ຈໍາປາສັກຫາກໍາປູເຈຍ ຖືວ່າສະດວກ ສະບາຍ ແລະ ຈະເຮັດໃຫ້ໄລຍະ ແລະ ເວລາ ການເດີນທາງໄປມາສັ້ນລົງ.

ປັດຈຸບັນນີ້ ທາງເມືອງກໍາລັງສະເໜີຂັ້ນເທິງເພື່ອ ຍົກລະດັບດ່ານທ້ອງຖິ່ນພາຍໃນເມືອງ ໃຫ້ເປັນ ດ່ານສາກົນເພື່ອອໍານວຍຄວາມສະດວກໃນການສົ່ງອອກ ແລະ ນໍາເຂົ້າສິນຄ້າ ເພາະດ່ານທ້ອງ ຖິ່ນຍັງມີສິນຄ້າກະສິກໍາບາງປະເພດ ແລະ ສິນ ຄ້າຕ່າງໆທີ່ຍັງມີການຫ້າມສົ່ງອອກ-ນໍາເຂົ້າຢູ່.

ທ່ານ ສົມໃຈ ໄດ້ກ່າວຕື່ມວ່າ: ອີກຢ່າງໜຶ່ງ ເມຶອງ ລະຄອນເພັງ ເປັນເມືອງທາງຜ່ານທີ່ສາມາດ ເຊື່ອມຕໍ່ໄປຫາຫຼາຍແຂວງພາຍໃນປະເທດໄດ້ ແລະ ມີສະຖານທີ່ ທ່ອງທ່ຽວຫຼາຍແຫ່ງບໍ່ວ່າ ຈະເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາທີ່ເປັນ ເອກະລັກ. ເມືອງລະຄອນຍັງ ມີປ່າສະຫງວນ ແຫ່ງຊາດ 2 ແຫ່ງ, ແຫຼ່ງທ່ອງທ່ຽວແຄມຂອງ 4000 ໂບກ ຫຼື 4000 ຂຸມ, ວັດຖຸບູຮານ ເກົ່າແກ່ທີ່ມີອາຍຸ 1 ລ້ານກວ່າປີ (ພາຍໃນວັດມີຮອຍ ພະບາດ, ຮອຍສັງກະລີ, ຕົ້ນໄມ້ກາຍເປັນຫິນ), ຊົມວິຖີຊີວິດການຕໍ່າຫູກ-ຕໍ່າແຜ່ນ ແລະ ແຫຼ່ງ ທ່ອງທ່ຽວອື່ນໆ. ຖ້າຫາກວ່າຂົວຂ້າມນໍ້າຂອງ ແຫ່ງດັ່ງກ່າວເລີ່ມມີການກໍ່ສ້າງທາງເມືອງກໍ່ມີ ແຜນທີ່ຈະປັບປຸງບັນດາແຫຼ່ງທ່ອງທ່ຽວຕ່າງໆ ພາຍໃນເມືອງ ແລະ ປັບປຸງການບໍລິການ ໂຮງ ແຮມ, ຮ້ານອາຫານ, ເຮືອນພັກໄປພ້ອມໆກັນ ເພື່ອຮັບຮອງແລະເພື່ອດຶງດູດນັກທ່ອງທ່ຽວໃຫ້ ໄດ້ຫຼາຍຂຶ້ນອີກໃນອະນາຄົດ.

ທີ່ມາ: ວຽງຈັນທາຍ
Hits: 71