ຂັ້ນຕອນແຕ່ງດອງທີ່ຖືກຕ້ອງ ຕາມຮີດຄອງປະເພນີໃນພິທີການແຕ່ງດອງ

ພາບປະກອບ

ຄຳວ່າ ແຕ່ງດອງ ແມ່ນການຈັດແຈງແຕ່ງພິທີບາສີສູ່ຂັວນໃຫ້ແກ່ຜູ້ບ່າວ ແລະ ຜູ້ສາວ ທີ່ມີຄວາມຮັກມັກກັນມາດົນແລ້ວໃຫ້ເປັນຜົວເປັນເມຍກັນ ແລະ ຢູ່ຮ່ວມກັນຕາມຮີດຄອງປະເພນີ ໂດຍໃຊ້ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນກະສິກຳເພື່ອປະກອບເຂົ້າໃນພີທີດັ່ງກ່າວ.

ຄວາມເປັນມາຂອງງານດອງ ບໍ່ວ່າສະໄໝເກົ່າກໍ່ຄືສະໄໝນີ້ຖ້າວ່າບ່າວ ແລະ ສາວ ມີຄວາມຮັກມັກກັນ ຝ່າຍຊາຍຈະເປັນຜູ້ໄປສູ່ຂໍຝ່າຍຍິງ ເມື່ອພໍ່ແມ່ເຖົ້າແກ່ຫາກຕົກລົງເຫັນດີ ກໍ່ຊອກນັດມື້ໝາຍຍາມຊອກວັນດີປີຄູ່. ເມື່ອຮອດມື້ນັດໝາຍແລ້ວ ພວກໝູ່ຄູ່ພັກພວກ ພໍ່ແມ່ເຖົ້າແກ່ກໍແຫ່ເອົາເຂີຍເມື່ອເຮືອນ ເຈົ້າສາວເພື່ອເຮັດພິທີສູ່ຂັວນ ໃຫ້ເປັນຜົວເມຍກັນ.

ພາບປະກອບ

ໂດຍມີການກຽມເຄື່ອງຂັນໝາກຂັນພູເພື່ອເປັນເຄື່ອງສູ່ຂໍສາວ ແລະ ກະກຽມພາຂວັນກັບເຄື່ອງປະກອບພິທີ.

ການແຕ່ງດອງທີ່ຖືກຕ້ອງຕາມຮີດຄອງປະເພນີດັ້ງເດີມຂອງລາວມີຂັ້ນຕອນດັ່ງນີ້:

  • ຂັ້ນຕອນຊອກຫາຄູ່ຄອງ: ການຊອກຫາຄູ່ຄອງແມ່ນການຊອກຫາຜູ້ສາວ ຫຼື ຜູ້ບ່າວທີ່ຈະມາເປັນຜົວ ຫຼື ເມຍ. ອີງຕາມປະເພນີລາວຜູ້ຊາຍໄປຊອກຫາຜູ້ຍິງ. ສະໄໝບູຮານການເລືອກຄູ່ຄອງ ສ່ວນຫຼາຍແມ່ນພໍ່ແມ່ເປັນຜູ້ຕັດສິນ. ເຖິງວ່າ ຜູ້ບ່າວຈະເລືອກໄດ້ຜູ້ສາວທີ່ຕົນຮັກກໍ່ຕາມ, ແຕ່ພໍ່ແມ່ບໍ່ເຫັນດີ ຍ້ອນເຫດຜົນຢ່າງໃດໜຶ່ງພໍ່ແມ່ຈະບໍ່ໃຫ້ເອົາ ແລະ ລູກກໍ່ຕ້ອງຟັງຄວາມພໍ່ແມ່. ໃນສະໄໝບູຮານນິຍົມເລືອກເອົາຄູ່ຄອງ ຕ້ອງເປັນຜູ້ດຸໝັ້ນຂະຫຍັນພຽນ, ມີຄວາມບໍລິສຸດ, ຮູ້ຈັກທຳມາຫາກິນ ຮັກພີ່ນ້ອງລຸງຕາເຊັ່ນ ຜູ້ຊາຍຮູ້ເຮັດໄຮ່ເຮັດນາ, ຮູ້ສານກະບຸງກະຕ່າ, ສາມາດເປັນພໍ່ເຮືອນໄດ້. ສ່ວນແມ່ຍິງຕ້ອງຮູ້ຈັກເຮັດທູບເຮັດ່ຝ້າຍ, ຕ່ຳຮູກທໍໄໝ, ຕໍ່າເຂົ້າເອົາຟືນ ສາມາດເປັນແມ່ສີເຮືອນໄດ້.
  • ຂັ້ນຕອນສູ່ຂໍ: ການສູ່ຂໍແມ່ນໜ້າທີ່ຂອງຝ່າຍຊາຍ ໄປຕົກລົງກັບຝ່າຍຍິງເຊິ່ງເອີ້ນວ່າໄປຂໍສາວ. ຕອນໄປຂໍ ຝ່າຍຊາຍຈະມີຂັນໝາກ. ການສູ່ຂໍເຖົ້າແກ່ທັງສອງຝ່າຍຈະໄດ້ຕົກລົງກັນ ຫຼື ອາດຈະຕໍ່ລອງກັນໃນເລື່ອງສິນສອດ (ຄ່າດອງ) ທັງໝົດຕາມຮີດຄອງປະເພນີ ທີ່ທັງສອງຝ່າຍພໍໃຈ ຫຼື ສາມາດຮັບໄດ້. ຕໍ່ມາຈຶ່ງຫາມື້ແຕ່ງດອງ.(ຂັນໝາກປະກອບດ້ວຍ: ຂັນຫ້າ, ຄຳໝາກກອກຢາ, ເຫຼົ້າຂາວ).
  • ຂັ້ນຕອນແຕ່ງ: ພາຍຫຼັງມີການສູ່ຂໍເປັນທີ່ຮຽບຮ້ອຍແລ້ວ ຮອດມື້ງາມຍາມດີກໍ່ຈັດພິທີແຕ່ງດອງ. ໃນມື້ແຕ່ງດອງມີພິທີສູ່ຂວັນໃຫ້ບ່າວສາວ. ປ້ອນໄຂ່, ຜູກແຂນ, ອວຍພອນ ແລະ ສົມມາຄາລະວະເຈົ້າໂຄດລຸງຕາ. ເຈົ້າໂຄດລຸງຕາສອນໄພ້ສອນເຂີຍ. ສຸດທ້າຍແມ່ນການຮັບປະທານອາຫານເພື່ອເປັນສິລິມຸງຄຸນແກ່ຄູ່ບ່າວ-ສາວໃໝ່. ການແຕ່ງດອງຈະໃຫ່ຍ ຫຼື ນ້ອຍແມ່່ນຂຶ້ນກັບຖານະຄອບຄົວ, ແຕ່ໂດຍທົ່ວໄປຈະມີລັກສະນະຄ້າຍຄືກັນ ແຕ່ອີງໃສ່ຄວາມເປັນໄປໄດ້ທັ້ງສອງກ່ຳສອງຝ່າຍ. (ພິທີບາສີປະກອບດ້ວຍ: ໝາກເບັງ, ທຽນ, ຝ້າຍຜູກແຂນ, ເຫຼົ້າ, ໄຂ່,​ ໄກ່ ເປັນຕົ້ນ).
ພາບປະກອບ

ໃນງານແຕ່ງດອງໂດຍຕາມຮິດຄອງແລ້ວພີ່ນ້ອງຈະຊ່ວຍກັນເລື່ອງເຄື່ອງປະກອບໃຫ້ເປັນພິທີງານດອງ ໂດຍສະເພາະແມ່ນອາຫານການກິນ, ເຂົ້າສານ, ແລະ ພືດຜັກຕ່າງ ໂດຍສະເພາະແມ່ນກະກຽມ: ໝາກໂຕ່ງໂຄ່ງຄຳ, ຄວາຍ, ໄກ່, ງົວ, ໄຂ່, ເຫຼົ້າຂາວ, ເຂົ້າ. ສ່ວນ ເງິນຄຳ, ສິນສອດ, ເງິນຫົວໜາມ (ຄ່ານ້ຳນົມແມ່) ແມ່ນຝ່າຍຊາຍເປັນຜູ້ຮັບ. ສ່ວນຂັນໝາກເບັງ, ທຽນ, ຝ້າຍຜູກແຂນ ແມ່ນຝ່າຍເຈົ້າສາວເປັນຜູ້ຮັບຜິດຊອບ ນອກນັ້ນຍັງມີພີ່ນ້ອງມາຊ່ວຍແຕ່ງຢູ່ຄົວກິນໃນງານດອງ.

ພາບປະກອບ

ແຫຼ່ງຂໍ້ມູນ: ຄວາມຮູ້ພູມປັນຍາທ້ອງຖິ່ນ, ປຶ້ມວັດທະນະທຳລາວ. 

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...