ວັນທີ 12 ຕຸລາ 2019 ທີ່ ສູນການຄ້າວຽງຈັນເຊັນເຕີ ໄດ້ຈັດກິດຈະກຳ Star Road Show ທີ່ໄດ້ທີມນັກສະແດງຈາກຮູບເງົາ ຂຸນແຜນຟ້າຟື້ນ ນໍາໂດຍ ມາລີໂອ້ ເມົາເລີ້ (ພະເອກ), ຟ້າ ຍົງວະຣີ (ນາງເອກ), ນ້ອງລົດບັດ ພາພົນ ແລະ ນັກສະແດງສົມທົບອີກຫຼາກຫຼາຍ ມາສ້າງສີສັນ...
ປີແລ້ວ ລາວໂທລະຄົມມະນາຄົມ ລົງທຶນຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມ ມູນຄ່າ 60 ລ້ານໂດລາ, ປະຈຸບັນມີ 6 ພັນກວ່າສະຖານີ.
ກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈຳປີ 2018 ຂອງບໍລິສັດ ລັດວິສາຫະກິດ ລາວໂທລະຄົມມະນາຄົມ (ລລທ) ໄດ້ຈັດຂຶ້ນວັນທີ 13 ກຸມພາ 2019 ຢູ່ສຳນັກງານໃຫຍ່ບໍລິສັດດັ່ງກ່າວ ໂດຍເປັນປະ ທານຂອງທ່ານ ຖາວອນ ສົມສະກຸນ...
ວັນທີ 27 ມີນາ ຕາມເວລານະຄອນຫລວງວຽງຈັນ, ບໍລິສັດທາງລົດໄຟລາວ-ຈີນຈໍາກັດ,ໄດ້ຈັດພິທີວາງລາງ, ລາງລົດໄຟເຫຼັກຂະໜາດ 500 ແມັດໄດ້ຖືກວາງລົງຢູ່ທີ່ ໂຄງການເສັ້ນທາງລົດໄຟລາວ-ຈີນ ຕອນນະຄອນຫລວງວຽງຈັນ ສປປ ລາລ ເຊິ່ງເປັນຂີດໝາຍ ສະແດງໃຫ້ເຫັນວ່າໂຄງການເສັ້ນທາງລົດໄຟລາວ - ຈີນໄດ້ກ້າວເຂົ້າສູ່ໄລຍະການວາງລາງລົດໄຟ ຢ່າງເປັນທາງການ ແລະທັງເປັນຄວາມຄືບໜ້າທີ່ສຳຄັນໃນວຽກງານການກໍ່ສ້າງຂອງໂຄງການດັ່ງກ່າວ.
ນັບຕັ້ງແຕ່ເລີ່ມກໍ່ສ້າງເສັ້ນທາງລົດໄຟລາວ - ຈີນ ໃນເດືອນທັນວາປີ 2016 ເປັນຕົ້ນມາ, ບັນດາວິສາຫະກິດລາວ ແລະ ຈີນທີ່ເຂົ້າຮ່ວມການກໍ່ສ້າງໄດ້ຕັ້ງຫນ້າ ພ້ອມທັງຈັດຕັ້ງປະຕິບັດ ຢ່າງສຸດຄວາມສາມາດເພື່ອໃຫ້ບັນລຸເປົ້າຫມາຍຂອງການນໍາສອງປະເທດທີ່ຮ່ວມຕົກລົງກັນ, ໂດຍໄດ້ເອົາໃຈໃສ່ດ້ານຄວາມປອດໄພ ແລະ ຄຸນນະພາບເປັນຫຼັກ, ເອົາຊະນະສະພາບແວດລ້ອມດ້ານ ທໍລະນີສາດທີ່ສັບຊ້ອນ, ສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະສິ່ງທ້າທາຍໃນການປົກປັກ ຮັກສາສິ່ງແວດລ້ອມ. ໃນໄລຍະທ້າຍປີ 2019 ການກໍ່ສ້າງພື້ນຖານວຽກງານໂຍທາທີ່ສຳຄັນໄດ້ສຳ ເລັດ; ໃນໄລຍະບຸນປີໃຫມ່ຈີນ 2020 ກໍໄດ້ສືບຕໍ່ປະຕິບັດວຽກງານຢ່າງຕໍ່ເນື່ອງ ແລະຈັດຕັ້ງກຳມະກອນກໍ່ສ້າງຫຼາຍກວ່າ10.000 ຄົນເພື່ອຕໍ່ສູ້ທັງເວັນແລະຄືນ.
ສ່ວນໄລຍະທີ່ປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ທຸກໜ່ວຍງານກໍໄດ້ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດພ້ອມ ທັງໄດ້ຈັດສັນວຽກງານໃຫ້ມີປະສິດທິພາບສູງ ແລະຮັບປະກັນຄວາມຄືບໜ້າຂອງໂຄງການ.
ໂຄງການເສັ້ນທາງລົດໄຟລາວ - ຈີນ ແມ່ນເຊື່ອມຈອດລະຫວ່າງນະຄອນຄຸນໝິງ, ສປ ຈີນ ແລະ ນະຄອນຫຼວງວຽງຈັນ, ສປປ ລາວ, ເປັນໂຄງການພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ແລະ ນະໂຍບາຍ “ຫັນປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດທີ່ເຊື່ອມຕໍ່ອະນຸພາກພື້ນ” ຂອງລາວ, ທັງເປັນໂຄງການມິດຕະພາບລະຫວ່າງລາວ-ຈີນ. ພາຍຫຼັງໂຄງການເສັ້ນທາງລົດ ໄຟລາວ - ຈີນ ສ້າງສຳເລັດ ຈະສ້າງຜົນປະໂຫຍດໃຫ້ປະຊາຊົນສອງຊາດລາວ-ຈີນ ແລະຊຸກຍູ້ ການພັດທະນາເສດຖະກິດ - ສັງຄົມໃນພາກພື້ນ.
ຂໍ້ມູນຈາກ CRI
ພິທີເຊັນສັນຍາໃຫ້ການຊ່ວຍເຫຼືອລ້າ ໂຄງການເບິ່ງແຍງສຸຂະພາບເດັກນ້ອຍລາວຢູ່ແຂວງຫົວພັນ ເປັນຈໍານວນເງິນ 281.222 ໂດລາສະຫະລັດ (ປະມານ 2,40 ຕື້ກີບ) ຈັດຂຶ້ນຢູ່ສະຖານທູດຍີ່ປຸ່ນ ລະຫວ່າງ ທ່ານ ຄູໂນະ ຄາຊູຮີໂຣະ ອຸປະທູດຍີ່ປຸ່ນ ປະຈໍາລາວ ແລະ ທ່ານນາງ ຢູໂກະ ໂຢເນດະ ຜູ້ດໍາເນີນໂຄງການຂອງອົງການແພດຍີ່ປຸ່ນ (MdMJ) ໂດຍມີທ່ານ ພູໂຊນ ທໍາມະວິໄຊ...