ລາຍການເລາະລຸຍລາວ ຂອງໂທລະພາບແຫ່ງຊາດລາວ ຮ່ວມກັບ CRI ໄດ້ເຜີຍແຜ່ສາລະຄະດີ ຕອນ:ລາຍງ້າວຄົນຄົງ ທີ່ໄດ້ຖ່າຍທອດໃຫ້ເຫັນເຖິງວັດທະນາທໍາການຟ້ອນລາຍງ້າວ ຂອງປະຊາຊົນລ້ອງແມ່ນໍ້າງື່ມ ທີ່ໄດ້ສືບທອດກັນມາຈາກຮຸ່ນສູ່ຮຸ່ນ.

ໂດຍກ່ອນການສະແດງທຸກຄັ້ງ ນັກສະແດງຈະນຸ່ງເຄື່ອງສີແດງ ໂດຍເສື້ອຈະມີຍັນຂຽນໄວ້ທາງດ້ານໜ້າ ແລະ ດ້ານຫຼັງຂອງເສື້ອ ມັດຫົວ ມັດແຂນດ້ວຍຜ້າສີແດງ

ອາຈານແກະນ້ອຍ ຢູ່ບ້ານປາກກະຍຸງ ແຂວງ ວຽງຈັນ, ເຊິ່ງເປັນສິດຮຸ່ນລ່າສຸດຂອງປູ່ອ່າງ ຈະເຮັດພິທີໄຫວ້ຄູງ່າຍໆ ດ້ວຍຂັນຫ້າ ແລະ ດອກໄມ້ ຢູ່ຕໍ່ໜ້າບັນດາລູກສິດ, ການໄຫວ້ຄູແມ່ນໃຊ້ເວລາພຽງເລັກນ້ອຍ ຈາກນັ້ນອາຈານກໍ່ຈະຈົ່ມຄາຖາອາຄົມ ແລະ ພົ່ນນໍ້າມົນໃສ່ຮ່າງກາຍຂອງລູກສິດ ແລະ ມອບວ້ານຊະນິດໜຶ່ງ ປ່ຽງນ້ອຍໆໃຫ້ລູກສິດກິນ, ບໍ່ວ່າຍິງຫຼືຊາຍ ເມື່ອຜ່ານພິທີກໍາຂອງອາຈານແລ້ວ ກໍ່ຈະກາຍເປັນຄົນແຄ້ວຄົມມິດ ຄົມດາບ ເຊິ່ງມັນບໍ່ສາມາດເຮັດຫຍັງໃຫ້ກັບຮ່າງກາຍຂອງເຂົາເຈົ້າໄດ້ (ຄວາມເຊື່ອສ່ວນບຸກຄົນ)
ທ່ານ ແກະນ້ອຍ ສີສຸທໍາ ອາຈານສອນຟ້ອນລາຍງ້າວ ໄດ້ບອກວ່າ: ຂ້າພະເຈົ້າແມ່ນລູກສິດຫຼ້າຂອງອາຈານອ່າງ ແລະ ໄດ້ສືບສານຕໍານານລາຍງ້າວ ມາຕັ້ງແຕ່ຮຸ່ນປູ່ຮຸ່ນຍ່າ. ຈົນມາຮອດປີ 1986 ປູ່ອ່າງໄດ້ເສຍຊິວີດ ຂ້າພະເຈົ້າກໍ່ໄດ້ເປັນຜູ້ຖືສິນລະປະນີ້ມາຕະຫຼອດ ເຊິ່ງຖ້າມີງານບຸນ ງານປະເພນີ ຢູ່ປາກກະຍຸງ ກໍ່ແມ່ນໄດ້ມີການສະແດງໃຫ້ປະຊາຊົນໄດ້ຮັບເບິ່ງຮັບຊົມ. ຍ້ອນວ່າໄດ້ຮໍ່າໄດ້ຮຽນມາແລ້ວ ກໍ່ຕ້ອງໄດ້ນໍາມາເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນໄດ້ເບິ່ງນໍາກັນ. ເຊິ່ງນອກຈາກຮັບໃຊ້ພາຍໃນບ້ານ ໃນແຂວງແລ້ວ ຍັງມີການຮັບໃຊ້ທາງພາກລັດອີກດ້ວຍ.

ທ່ານຍັງໄດ້ກ່າວເຕືອນຕໍ່ກັບຜູ້ຮັບເບິ່ງສາລະຄະດີຊຸດນີ້ວ່າ: ອັນນີ້ ແມ່ນສິນລະປະການສະແດງ ບໍ່ແມ່ນການສະແດງອໍານາດ ທ້າທາຍຜູ້ນັ້ນຜູ້ນີ້ ແລະ ບໍ່ຢາກໃຫ້ລອກຮຽນແບບ ເພາະຖ້າມີການລອກຮຽນແບບແລ້ວ ມັນຈະເສື່ອມເສຍພວກເຮົາຄະນະນັກສະແດງ, ຖ້າຢາກຮຽນແທ້ໆ ແມ່ນໃຫ້ມາຫາພວກເຮົາ, ພວກເຮົາກໍ່ຍິນດີສອນໃຫ້ ແຕ່ຈະຮຽນໄດ້ຫຼື ບໍ່ໄດ້ແມ່ນຂຶ້ນກັບຜູ້ກ່ຽວເອງ

ປະຈຸບັນ ວິຊາດັ່ງກ່າວໄດ້ກາຍມາເປັນໜ່ວຍສິລະປະຟ້ອນລາຍງ້າວ ທີ່ສ້າງຄວາມຫວາດສຽວ ຕື່ນເຕັ້ນ ຊະນິດທີ່ຜູ້ເບິ່ງຕ້ອງໄດ້ກັ້ນຫາຍໃຈນໍາ

ທ່ານ ນາງ ຄັດສະດາພອນ ສຸດທໍາມະວົງ ລູກສິດຂອງອາຈານແກະນ້ອຍໄດ້ກ່າວຕື່ມວ່າ: ດ້ວຍໃຈມັກຕໍ່ກັບການສະແດງດັ່ງກ່າວ ຈຶ່ງໄດ້ເຂົ້າມາຮຽນ ແລະ ບໍ່ຮູ້ສຶກຢ້ານແຕ່ໃດໆ ບວກກັບຄວາມຕ້ອງການຢາກຮຽນຢາກຮູ້ ລະຕ້ອງຮຽນໃຫ້ມັນໄດ້ ເພື່ອຢາກສືບສານຕໍານານນີ້ ໃຫ້ທົ່ວໂລກໄດ້ຮູ້ເຖິງວັດທະນາ ທໍາມວຍລາຍລາວ ການຟ້ອນລາຍງ້າວ ແມ່ຍິງລາວກໍ່ສາມາດສະແດງໄດ້ເຊັ່ນກັນ

ໃນອາດິດ, ບັນພະບຸລຸດຂອງພວກເຮົາແມ່ນໃຊ້ງ້າວດວງດຽວ ຄັດໃສ່ແອວ ແລ້ວຂີ່ມ້າອອກສູ້ຮົບກັບສັດຕູ ແລະ ຕົກມາຮອດປະຈຸບັນບ້ານເມືອງເຮົາແມ່ນບໍ່ມີເສີກແລ້ວ ຈຶ່ງໄດ້ປັບແຕ່ງມາຈັບງ້າວດ້ວຍສອງມື ແລະ ແຕ່ງເປັນບົດຟ້ອນລາຍງ້າວ ເພື່ອເປັນການສືບທອດໃຫ້ຄົນຮຸ່ນຫຼັງໄດ້ເຫັນນໍາກັນ. ໂດຍນັກຟ້ອນຈະຟ້ອນລໍາດ້ວຍງ້າວຄູ່ໜຶ່ງໃນມື ແລ້ວໃຊ້ຄົມງ້າວ ປາດຂາ, ປາດແຂນ, ປາດລີ້ນ ແລະ ສ່ວນອຶ່ນໆ ພາຍໃນຮ່າງກາຍ ເປັນຄວາມສາມາດສະເພາະໂຕ ຫ້າມລອກຮຽນແບບ
ແນວໃດກໍ່ດີ, ການສະແດງ ຟ້ອນລາຍງ້າວ ແມ່ນບໍ່ໄດ້ເຮັດໄດ້ທຸກຄົນ, ເພາະອາດສົ່ງຜົນໃຫ້ເກີດອັນຕະລາຍເຖິງຊີວິດໄດ້, ຜູ້ທີ່ຮັບເບິ່ງຮັບຊົມຄວນເບິ່ງເພື່ອຄວາມບັນເທິງເທົ່ານັ້ນ ຫ້າມລອກຮຽນແບບໂດຍເດັດຂາດ
Hits: 56