Sunday, February 16, 2025

ມສ ລຽວໂຕ ລະດົມທຶນປະກອບສ່ວນປ້ອງກັນການລະບາດຂອງພະຍາດ 2019-nCOV

ຄະນະບໍລິຫານ ຄູ-ອາຈານໂຮງຮຽນ ມສ ລຽວໂຕ ແລະ ກຸ່ມໂຮງ ຮຽນສອນ ແລະ ຮຽນພາສາຈີນ ຮ່ວມໃຈກັນລະດົມທຶນ ເພື່ອປະ ກອບສ່ວນປ້ອງກັນການລະບາດຂອງພະຍາດອັກເສບປອດຮຸນແຮງ ທີ່ເກີດຈາກເຊື້ອຈຸລະໂລກ (2019-nCOV) ຢູ່ ສປ ຈີນ ພາຍຫຼັງໄດ້ມີການລະບາດຢູ່ເມືອງອູຫັ້ນ ແຂວງຫູເປີຍ ສປ ຈີນ ແຕ່ທ້າຍປີ 2019 ເປັນຕົ້ນມາ ແລະ ແຜ່ລາມໄປຫຼາຍແຂວງຂອງ ສປ ຈີນ ແລະ ຫຼາຍປະເທດໃນໂລກ ໃນປັດຈຸບັນ.

ການລະດົມທຶນຄັ້ງນີ້ ຈັດຂຶ້ນຢູ່ໂຮງຮຽນດັ່ງກ່າວ ໂດຍມີ ທ່ານ ສົມປະສົງ ຈັນທະວົງ ປະທານໂຮງຮຽນ ມສ ລຽວໂຕ ປະທານກຸ່ມໂຮງຮຽນສອນ ແລະ ຮຽນພາສາຈີນ ທ່ານ ໄຊປະ ເສີດ ຕັງຊະນະ ຮອງປະທານໂຮງຮຽນ ມສ ລຽວໂຕ ຮອງປະທານກຸ່ມໂຮງຮຽນສອນ ແລະ ຮຽນພາສາຈີນ ທ່ານ ບຸນສົງ ສະຫວັນວາລີ ຮອງປະທານໂຮງຮຽນ ມສ ລຽວໂຕ ເລຂາທິ ການກຸ່ມໂຮງຮຽນສອນ ແລະ ຮຽນພາສາຈີນ ພ້ອມດ້ວຍຄູ-ອາ ຈານ ເຂົ້າຮ່ວມ.

ຜ່ານການລະດົມທຶນ ສາມາດຮວບຮວມເງິນໄດ້ທັງໝົດ 100 ລ້ານກີບ ເຊິ່ງເງິນຈໍານວນນີ້ ຈະນໍາໄປມອບໃຫ້ລັດຖະບານ ສປປ ລາວ ນໍາໄປມອບຕໍ່ໃຫ້ລັດຖະບານ ສປ ຈີນ ນໍາໃຊ້ເຂົ້າໃນການປ້ອງກັນການລະບາດຂອງພະຍາດພະຍາດອັກເສບປອດຮຸນແຮງ ທີ່ເກີດຈາກເຊື້ອຈຸລະໂລກ​ 2019-nCOV ຢູ່ ສປ ຈີນ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.