ເນື່ອງຈາກວ່າເຊື້ອ corona virus ເປັນສາຍເຫດສຳຄັນກໍ່ໃຫ້ເກີດອັກເສບລະບົບຫາຍໃຈຮຸນແຮງ ແລະ ກະທັນຫັນເຊີ່ງມີໄລຍະບົມເຊື້ອໃນຄົນ ພາຍໃນ 14 ວັນ, ປະຈຸບັນສະພາບການລະບາດມີການແຜ່ລາມອອກສູ່ວົງກ້ວາງໃນຫຼາຍປະເທດ ແລະ ມີທ່າອ່ຽງເພີ່ມຂື້ນ.

ໃນວັນທີ 10 ກຸມພາ 2020, ເຟສບຸກ ໂຮງໝໍແຂວງຈໍາປາສັກ ໄດ້ໂພສຮູບພາບ ການກຽມພ້ອມໃນການກັນ ແລະ ຄຸ້ມຄອງ ກໍລະນີ ພະຍາດອັກເສບປອດສາຍພັນໃໝ່ ໂຄໂຣນາ ໂດຍທາງໂຮງໝໍແຂວງຈໍາປາສັກ ໄດ້ກະກຽມສະຖານທີ່ ດັ່ງນີ້:

- ເຂດຂຽວ: ແມ່ນຈຸດຄັດກອງຄົນເຈັບທີ່ມີອາການ
- ເຂດເຫຼືອງ: ແມ່ນຈຸດກັກກັນຄົນເຈັບທີ່ມີອາການສົງໄສ ແລະ ລໍຖ້າຜົນກວດທາງຫ້ອງວິເຄາະ
- ເຂດແດງ: ແມ່ນຈຸດນອນຕິດຕາມຂອງຜູ້ທີ່ຕິດເຊື້ອແລ້ວ



Hits: 2