ດອກກຸຫຼາບ ນອກຈາກຈະງາມແລ້ວ ຍັງເປັນສິ່ງທີ່ຄົນເຮົາໃຊ້ແທນຄວາມຮູ້ສຶກດີໆຕໍ່ກັນໃນເລື່ອງຕ່າງໆ ມາຕັ້ງແຕ່ໃນອາດີດ ເຊິ່ງໃນຄວາມຄິດຂອງຫຼາຍໆຄົນອາດຈະເຫັນວ່າ ດອກກຸຫຼາບເປັນພຽງສັນຍາລັກຂອງຄວາມຮັກ ເທົ່ານັ້ນ ແຕ່ຮູ້ຫຼືບໍ່ວ່າ ?ກຸຫຼາບໃນໂລກນີ້ມີຫຼາກຫຼາຍສີ ເຊິ່ງແຕ່ສີກໍ່ມີຄວາມໝາຍທີ່ບໍ່ຊໍ້າກັນ. ມື້ນີ້ອິນໄຊລາວໄດ້ນໍາຄວາມໝາຍຂອງດອກກຸຫຼາບແຕ່ລະສີ ມາໃຫ້ທຸກຄົນໄດ້ຮູ້ນໍາກັນ
ກຸຫຼາບສີແດງ (Red Rose)

ເປັນສີທີ່ເຮົາເຫັນຈົນລຶ້ງຕາ ໂດຍສີແດງນີ້ແທນຄວາມໝາຍວ່າ ຂ້ອຍຮັກເຈົ້າ ຖ້າທ່ານໄດ້ຮັບດອກກຸຫຼາບສີແດງ ຈາກຄົນຮັກໝາຍຄວາມວ່າ ມັນເປັນຄວາມຮັກທີ່ຈີງຈັງ ໝັ້ນຄົງ ແລະ ເລິກຊຶ້ງຫຼາຍ
ກຸຫຼາບສີຂາວ (White Rose)

ໝາຍເຖິງຄວາມຮັກທີ່ຈິງໃຈ ບໍລິສຸດ ຖ້າທ່ານໄດ້ດອກກຸຫຼາບນີ້ຈາກຜູ້ໃດຜູ້ໜຶ່ງ ສະແດງວ່າ ຮັກນີ້ບໍ່ມີເຈດຕະນາຮ້າຍ ບໍ່ຫວັງຜົນຕອບແທນໃດໆ ຄືກັບວ່າເປັນສັນຍານຂອງຮັກແທ້ ດ້ວຍເຫດຜົນນີ້ ເຮົາຈຶ່ງມັກເຫັນດອກກຸຫຼາບສີຂາວໃນງານແຕ່ງດອງຢູ່ສະເໝີ ແລະ ດ້ວຍຄວາມໝາຍທີ່້ເລິກຊຶ້ງ ດອກກຸຫຼາບສີນີ້ຍັງນິຍົມມອບໃຫ້ກັບຄົນທີ່ເຄົາລົບ ເຊັ່ນ: ພໍ່ແມ່ ພີ່ນ້ອງ ຄູອາຈານ ຫົວໜ້າ ເປັນຕົ້ນ
ກຸຫຼາບສີບົວ (Pink Rose)

ສື່ເຖິງຄວາມຮັກທີ່ໂລແມນຕິກ ຫວານ ເປັນຕົວແທນຂອງຄວາມຮັກທີ່ອ່ອນຫວານທີ່ກໍາລັງເບັ່ງບານ ໂດຍສາມາດແບ່ງອອກໄດ້ອີກ ເຊັ່ນ ສີບົວເຂັມ ໃຊ້ແທນຄໍາຂອບໃຈ ເພື່ອຕອບແທນນໍ້າໃຈ ແລະ ຄວາມຫວັງດີ ສ່ວນກຸຫຼາບສີບົວອ່ອນ ແມ່ນໃຫ້ຄວາມຮູ້ສຶກທີ່ສຸພາບ ນຸ້ມນວນ ໃຊ້ແທນການ ຊົມເຊີຍ ເຫັນອົກເຫັນໃຈ ຫຼື ໃຫ້ກຳລັງໃຈເຊິ່ງກັນແລະກັນ
ກຸຫຼາບສີເຫຼືອງ (Yellow Rose)

ສະແດງເຖິງຄວາມສົດໃສ ອົບອຸ່ນ ແລະ ເຕັມໄປດ້ວຍຄວາມສຸກ ສື່ເຖິງມິດຕະພາບທີ່ດີ ດອກກຸຫຼາບສີນີ້ ຈຶ່ງມັກມອບໃຫ້ກັບໝູ່ຄູ່ ໃນການສະແດງຄວາມຍິນດີ ຫຼື ໃຊ້ໃນການໃຫ້ກໍາລັງໃຈຜູ້ບໍ່ສະບາຍ ແຕ່ສໍາລັບເລື່ອງຄວາມຮັກ ການໄດ້ດອດກຸຫຼາບສີນີ້ອາດຕີຄວາມໝາຍວ່າ ເຂົາຕ້ອງການເປັນພຽງໝູ່ ຫຼື ເຂົາອາດຈະຮັກເຈົ້າແບບບໍລິສຸດ ໂດຍບໍ່ມີເລື່ອງການຄອບຄອງເຂົ້າມາກ່ຽວ
ກຸຫຼາບສີສົ້ມ (Orange Rose)

ຄວາມໝາຍຂອງມັນເປັນການປະສົມລະຫວ່າງສີແດງ ທີ່ໝາຍເຖິງຄວາມຮັກທີ່ເລິກຊຶ້ງ ບວກກັບ ກຸຫຼາບສີເຫຼືອງທີ່ເປັນຍາລັກຂອງມິດຕະພາບ ລວມກັນແລ້ວຈຶ່ງເປັນຄວາມໝາຍງົດງາມຫຼາຍ ບົ່ງບອກເຖິງຄວາມຮັກທີ່ຈິງຈັງ ແລະ ເຕັມໄປດ້ວຍຄວາມຮູ້ສຶກດີໆ ນິຍົມມອບໃຫ້ກັບຄົນໃນຄອບຄົວ ຫຼື ຄົນທີ່ມີບຸນຄຸນຕໍ່ກັນອີກດ້ວຍ
ເປັນແນວໃດ, ຮູ້ແລ້ວແມ່ນບໍ່ວ່າດອກກຸຫຼາບແຕ່ລະສີ ມີຄວາມໝາຍແນວໃດແດ່ ຖ້າຮູ້ຄວາມໝາຍແບບນີ້ແລ້ວ ລອງນໍາໄປມອບໃຫ້ກັບຄົນພິເສດຂອງທ່ານເດີ້ ແຕ່ດອກກຸຫຼາບເປັນພຽງສື່ແທນຄວາມຮັກເທົ່ານັ້ນ ຄວາມຮັກທີ່ແທ້ຈີງຂຶ້ນຢູ່ກັບໃຈຂອງຄົນເດີ້
ຈາກນີ້ໄປ, ອິນໄຊລາວຂໍໃຫ້ທຸກໆທ່ານ ມີຄວາມສຸກກັບວັນວາເລັນທາຍທີ່ຈະມາຮອດນີ້ເດີ້.
Hits: 6