ໃນໄລຍະ 2 ເດືອນ ຕໍ່ໜ້າ ສະພາບຝົນຍັງຈະຕົກໜ້ອຍ ເຊິ່ງຈະເຮັດໃຫ້ລະດັບນໍ້າຂອງ ແລະ ບັນດານໍ້າສາຂາຕ່າງໆ ສືບຕໍ່ແຫ້ງລົງຢ່າງຕໍ່ເນື່ອງ ພ້ອມດຽວກັນນັ້ນ ກໍ່ຈະເກີດມີສະພາບແຫ້ງແລ້ງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ. ພ້ອມດຽວກັນນັ້ນ,ກໍ່ຍັງຈະເກີດມີພາຍຸຮ້ອນ ເຊິ່ງຈະເກີດໃນລັກສະນະຂອງຝົນຕົກ, ຟ້າຜ່າ, ຟ້າຮ້ອງ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ ເນື່ອງຈາກສະພາບອາກາດໃນໄລຍະນີ້ຮ້ອນເອົ້າຫຼາຍ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຄາດຄະເນປະລິມານນໍ້າຝົນປະຈໍາເດືອນ ກຸມພາ-ມີນາ-ເມສາ ໄວ້ໃນບົດລາຍງານສະພາບອາກາດປະຈໍາເດືອນ ມັງກອນ 2020 ແລະ ຄາດຄະເນສະພາບອາກາດປະຈໍາເດືອນ ກຸມພາ-ມີນາ-ເມສາ 2020 ເລກທີ 0183/ກອຕທ ລົງວັນທີ 10 ກຸມພາ 2020 ໃຫ້ຮູ້ວ່າ: ໃນໄລຍະ 2ເດືອນຕໍ່ໜ້າສະພາບຝົນຍັງຈະຕົກໜ້ອຍ, ເຊິ່ງຈະເຮັດໃຫ້ລະດັບນໍ້າ ແລະ ສາຂາສືບຕໍ່ແຫ້ງລົງຢ່າງຕໍ່ເນື່ອງ ພ້ອມດຽວກັນກໍ່ຈະເກີດມີສະພາບແຫ້ງແລ້ງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

ຂະນະດຽວກັນໃນບົດລາຍງານຍັງມີຄໍາເຕືອນເຝົ້າລະວັງ ໃນໄລຍະທ້າຍເດືອນມີນາ ຫາ ເມສາ ແມ່ນໄລຍະທີ່ມີອາກາດຮ້ອນເອົ້າຫຼາຍ, ເຊິ່ງມັກຈະເກີດມີພາຍຸລະດູຮ້ອນ ໃນລັກສະນະຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງຢູ່ຕາມບາງທ້ອງຖິ່ນ ໃນໄລຍະທ້າຍຕອນບ່າຍຫາ ຄໍ່າ ເຊິ່ງຈະເຮັດໃຫ້ມີຕົ້ນໄມ້ຫັກລົ້ມ, ເສົາໄຟຟ້າລົ້ມ ແລະ ເຮືອນເປ່ເພ.

ດັ່ງນັ້ນຈຶ່ງເຕືອນມາຍັງປະຊາຊົນໃຫ້ມີສະຕິລະວັງຕົວຕໍ່ສະພາບອາກາດຮ້າຍແຮງດັ່ງກ່າວ ທີ່ອາດຈະເກີດຂຶ້ນໄດ້ໃນໄລຍະເດືອນມີນາ ຫາ ເມສາ; ພ້ອມນີ້ ກໍ່ຄວນມີການວາງແຜນນໍາໃຊ້ນໍ້າຢ່າງປະຢັດ ພ້ອມທັງໃຫ້ຕິດຕາມການລາຍງານສະພາບອາກາດ ແລະ ລະດັບນໍ້າ ຈາກກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈໍາ.
Hits: 3