ວັນທີ 10 ກຸມພາ 2020ນີ້ ທ່ານ ຮອງ ສຈ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນາສຸກ ພ້ອມດ້ວຍຄະນະໄດ້ລົງຊີ້ນໍາວຽກງານ ສາທາລະນະສຸກ ປະຈຳຢູ່ດ່ານສາກົນບໍ່ເຕ່ນແຂວງຫຼວງນໍ້າທາ. ໃນໂອກາດນີ້ ທ່ານ ຄໍາຈັນ ອິນທອງໄຊ ຫົວໜ້າພະແນກສາທາລະນະສຸກ ແຂວງຫຼວງນໍ້າທາ, ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການກວດກາ ແລະ ສະກັດກັ້ນພະຍາດທີ່ເກີດຈາກສປຈີນ ຄື: ພະຍາດໄວຣັດໂຄໂຣນ່າ ໃຫ້ທ່ານ ລັດຖະມົນຕີກະຊວງສາທາລະນະສຸກຊາບກ່ຽວກັບການນໍາໃຊ້ອຸກອນການແພດເຊັ່ນ: ເຄື່ອງກວດອຸຫະພູມ, ເຄື່ອງວັດແທກ, ເຄື່ອງສະແກນ, ຈຸດກວດກາເຄື່ອງ ແລະ ອື່ນໆ.

ຈາກນັ້ນ, ທ່ານ ລັດຖະມົນຕີພ້ອມດ້ວຍຄະນະກໍ່ໄດ້ລົງກວດກາອຸປະກອນການແພດໃນການກວດກາເຊື້ອພະຍາດຄົນເຂົ້າ – ອອກເມືອງ ແລະ ຊີ້ນໍາດ້ານວິຊາການແພດໃນການເຝົ້າລະວັງ, ຕ້ານ, ສະກັດກັ້ນຕໍ່ພະຍາດໄວຣັດໂຄໂຣນ່າ , ພ້ອມທັງໄດ້ກວດກາບ່ອນທີ່ຈະຕັ້ງຫ້ອງແຍກປ່ຽວເພື່ອປິ່ນປົວຄົນເຈັບ ໃນກໍລະນີທີ່ກວດພົບຜູ້ຕິດເຊື້ອດັ່ງກ່າວ , ໂອກາດນີ້ ທ່ານຍັງໄດ້ເນັ້ນໜັກໃຫ້ພະນັກງານ ແພດ, ທຸກພາກສ່ວນ ,ຈົ່ງເອົາໃຈໃສ່ ຮ່ວມກັນເຝົ້າລະວັງ, ຕ້ານ ແລະ ສະກັດກັ້ນພະຍາດໄວຣັດໂຄໂຣນ່າ ທີ່ເກີດຂື້ນຢູ່ ສປ ຈີນ ຢ່າງເຂັ້ມງວດ ເພື່ອບໍ່ໃຫ້ແພ່ລະບາດລາມເຂົ້າມາ ສ ປ ປ ລາວ ເວົ້າລວມ, ເວົ້າສະເພາະກໍ່ຄືແຂວງຫຼວງນໍ້າທາ ແລະ ບ່ອນອື່ນໆຕື່ມອິກ.


ຂໍ້ມູນ ແລະ ຮູບພາບ: ຂ່າວສານຫຼວງນໍ້າທາ
Hits: 15