ຂໍຂອບໃຈນຳຜູ້ສະໜັບສະໜູນ

ທ່ານທູດ ປີເຕີ ເຮມ໋ອນ (ທ່ານທູດປີເຕີ)​ ພ້ອມພັນລະຍາ  (ທ່ານນາງ ດຸສະດີ) ໄດ້ຮ່ວມພິທີບາສີສູ່ຂວັນເພື່ອສະເຫຼີມສະຫຼອງການກັບມາປະຕິບັດຫນ້າທີ່ ຢູ່ ສປປ ລາວ. ທ່ານທູດ ໄດ້ເວົ້າເຖິ່ງຄວາມໝາຍຄວາມສໍາຄັນຂອງພິທີບາສີເຊິ່ງເປັນປະເພນີອັນງົດງາມຂອງ ລາວ.

ໂດຍກ່ອນໜ້ານີ້,​ ໃນວັນທີ 7 ເດືອນກຸມພາ ທີ່໋ຜ່ານມາ, ທ່ານເອກອັກຄະລັດຖະທູດ ຄົນໃໝ່ ຂອງ ສ. ອາເມລິກາ ປະຈຳ ສປປ ລາວ, ທ່ານ ປີເຕີ ເຮມ໋ອນ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ປະທານປະເທດແຫ່ງ ສປປ ລາວ, ພະນະທ່ານ ບຸນຍັງ ວໍລະຈິດ, ທີ່ຫໍຄໍາ ນະຄອນຫລວງວຽງຈັນ.  ນີ້ແມ່ນການປະຈຳການຄັ້ງທີສາມ ຂອງທ່ານເອກອັກຄະລັດຖະທູດ ເຮມ໋ອນ ຢູ່ ສປປ ລາວ, ເຊິ່ງກ່ອນໜ້ານີ້ ເພິ່ນ ແລະ ຄອບຄົວຂອງເພິ່ນ ເຄີຍໃຊ້ຊີວິດຢູ່ລາວມາກ່ອນ ເປັນເວລາສາມປີຂອງແຕ່ລະໄລຍະ ຄື ໃນປີ 1997 ແລະ ໃນປີ 2008.

ການມອບໝາຍໜ້າທີ່ໃໝ່ຂອງ ທ່ານເອກອັກຄະລັດຖະທູດ ເຮມ໋ອນ ກໍຄືໜ້າທີ່ລ່າສຸດທີ່ມີຄວາມໂດດເດັ່ນ ໃນການເສີມຂະຫຍາຍການຮ່ວມມື ລະຫວ່າງ ສະຫະລັດອາເມລິກາ ກັບບັນດາຄູ່ຮ່ວມງານ ແລະ ບັນດາພັນທະມິດໃນຂົງເຂດພາກພື້ນອິນໂດ-ປາຊິຟິກ.  ເພິ່ນເອງໄດ້ກັບຄືນມາປະເທດລາວໃນໄລຍະເວລາທີ່ສຳຄັນ, ເຊັ່ນວ່າ ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ຂະຫຍາຍສາຍພົວພັນສອງຊາດຢ່າງຈົບງາມ ພາຍໃຕ້ການເປັນຄູ່ຮ່ວມມືແບບກວມລວມ ທີ່ໄດ້ຖືກລົງນາມໂດຍຜູ້ນຳຂອງທັງສອງປະເທດໃນປີ 2016 ທີ່ຜ່ານມາ, ແລະ ຍ້ອນວ່າ ສປປ ລາວ ໄດ້ປະຕິບັດໜ້າທີ່ໃນການເປັນຜູ້ປະສານງານຂອງປະເທດອາຊຽນ ສຳລັບກອງປະຊຸມທີ່ຈະຈັດຢູ່ທີ່ ສະຫະລັດອາເມລິກາ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

“ຂ້າພະເຈົ້າຮູ້ສຶກເປັນກຽດທີ່ໄດ້ມີໂອກາດກັບຄືນມາຢູ່ປະເທດທີ່ສວຍງາມນີ້ອີກ ແລະ ກໍ່ໄດ້ປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ” ກ່າວໂດຍທ່ານເອກອັກຄະລັດຖະທູດ ປີເຕີ ເຮມ໋ອນ.  “ຂ້າພະເຈົ້າໄດ້ຄອງຄອຍທີ່ຈະພົບພໍ້ກັບບັນດາມິດສະຫາຍເກົ່າ, ແລະ ພົບປະກັບເພື່ອນໃໝ່, ດັ່ງທີ່ພວກເຮົາໄດ້ປະຕິບັດວຽກຮ່ວມກັນ ໃນການເພີ່ມທະວີການຮ່ວມມືລະຫວ່າງປະຊາຊົນສອງຊາດ ກໍຄື ສອງລັດຖະບານ” ກ່າວເພີ່ມຕື່ມ.

ສະຫະລັດອາເມລິກາຮ່ວມມືກັບກັບລັດຖະບານລາວ ແລະ ປະຊາຊົນລາວ ໃນການປັບປຸງວຽກງານດ້ານການສຶກສາ, ສົ່ງເສີມວຽກງານດ້ານສາທາລະນະສຸກ ແລະ ໂພຊະນາການ, ອຳນວຍຄວາມສະດວກຕໍ່ວຽກງານການຄ້າ ແລະ ການລົງທຶນ, ເພີ່ມທະວີຂອບການຮ່ວມມືດ້ານວຽກງານປ້ອງກັນຄວາມສະຫງົບ, ສ້າງຄວາມອາດສາມາດໃນຂົງເຂດວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (UXO), ແລະ ສ້າງຄວາມເຂັ້ມແຂງດ້ານວຽກງານລັດແຫ່ງກົດໝາຍ ຄືດັ່ງທີ່ພວກເຮົາໄດ້ໃຫ້ຄຳໝັ້ນສັນຍາ ເພື່ອໃຫ້ ສປປ ລາວ ກາຍເປັນປະເທດທີ່ຄວາມເຂັ້ມແຂງ, ຈະເລີນຮຸ່ງເຮືອງ ແລະ ເອກະລາດ

ຂໍ້ມູນ ແລະ ຮູບພາບ: U.S Embassy Vientiane

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້