ຫ້ອງວ່າການແຂວງບໍລິຄໍາໄຊ ໄດ້ແຈ້ງການເຖິງປະຊາຊົນ. ກ່ຽວກັບຂ່າວລືວ່າມີຜູ້ຕິດເຊື້ອໄວຣັສໂຄໂຣນາ ທີ່ແຂວງບໍລິຄໍາໄຊ ແມ່ນຍັງບໍ່ເປັນຄວາມຈີງ, ເຊິ່ງກ່ອນໜ້ານີ້ພາຍໃນແຂວງບໍລິຄໍາໄຊ ແມ່ນມີ 1 ກໍລະນິສົງໄສ ແຕ່ຫຼັງຈາກການກວດສຸຂະພາບຜູ້ກ່ຽວແລ້ວແມ່ນບໍ່ພົບພະຍາດດັ່ງກ່າວ ປະຈຸບັນຜູ້ກ່ຽວແມ່ນສຸຂະພາບແຂງແຮງດີ ແລະ ໃຊ້ຊີວິດຢູ່ຕາມບ້ານປົກກະຕິ

ພ້ອມກັນນີ້ ໃນໜັງສືແຈ້ງການຍັງໄດ້ລະບຸ ໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຈົ່ງໄດ້ຊ່ວຍກັນຕິດຕາມຜູ້ທີ່ເຜີຍແຜ່ກ່ຽວກັບຂ່າວລືດັ່ງກ່າວ ເພື່ອມາປະຕິບັດຕາມລະບຽບກົດໝາຍ
ແລະ ທ່ານສາມາດຕິດຕາມຂ່າວຈາກສື່ທາງການ ເປັນຕົ້ນແມ່ນ ໂທລະພາບ ວິທະຍຸ ໜັງສືພິມ ຂໍ້ມູນຂ່າວສານຈາກສູນຂ່າວສານເພື່ອສຸຂະພາບ ແລະ ພະແນກສາທາແຂວງ (ໂທ 020 22106454 ແລະ 020 22830111)
Hits: 12