ຂໍຂອບໃຈນຳຜູ້ສະໜັບສະໜູນ

ແຟນເພສ ວັດຊຽງທອງ ໄຊຍະໂຣຫະຣາມາທິບໍດີ ມະຫາວິຫານ ໄດ້ເຜີຍແຜ່ ຮູບພາບການກິນດອງຂອງຣາຊາວົງເຊື້ອເຈົ້າຈໍາປາສັກ ປີ 1966 ໂດຍມີເນື້ອໃນວ່າ: ຮູບພາບເຫລົ່ານີ້ເປັນຮູບພາບທີ່ມີຄຸນຄ່າ ທາງປະຫວັດສາດ ສິລະປະ ຮີດຄອງ ໃນພິທີກິນດອງຂອງຄົນເຊື້ອເຈົ້າໃນຣາຊາສຳນັກຈຳປາສັກ ໃນເມື່ອກ່ອນ ເຊິ່ງຖືວ່າເປັນຣາຊາພິທີສົມຣົດຄັ້ງສຸດທ້າຍຂອງຄົນເຊື້ອເຈົ້າຈຳປາສັກກໍ່ວ່າໄດ້  ເຊິ່ງເຈົ້າສາວໃນຮູບດັ່ງກ່າວນີ້ເປັນພະນັດດາ (ຫລານສາວ) ຂອງ ສະເດັດ ເຈົ້າບຸນອູ້ມເຈົ້ານະຄອນຈຳປາສັກ ອົງຄ໌ ທີ13 

ຣາຊາພິທີສູ່ຂວັນ ແມ່ນຈັດຂຶ້ນທີ່ວັງຫລວງ ຫຼື  ວັງຄຸ້ມໃຫຍ່ ຂອງເຈົ້າຄອງນະຄອນຈຳປາສັກ ທີ່ເມືອງຈຳປາສັກ ເມື່ອປີ ຄສ 1966 ເຈົ້າສາວໃນຮູບດັ່ງກ່າວນັ້ນແມ່ນ ເຈົ້າເຮືອນ ຫຼື ເເຈົ້າຍິງດວງຈັກ ນະຈໍາປາສັກ ແລະ ເຈົ້າບ່າວ ນັ້ນ ແມ່ນ ເຈົ້າໄຊສະຫວັນ ວົງສາຣະວັນ

ສິ່ງທີ່ເປັນຈຸດສົນໃຈໃນຮູບດັ່ງກ່າວນີ້ກໍ່ແມ່ນການແຕ່ງກາຍຂອງເຈົ້າສາວ ທີ່ງົດງາມ ວິຈິດ ແລະ ປະຈຸບັນນີ້ແມ່ນບໍ່ມີໃຫ້ເຫັນແລ້ວ ນັ້ນກໍ່ເປັນເຄື່ອງແຕ່ງຂອງອາພອນຂອງຝ່າຍເຈົ້າເຮືອນໂດຍມີ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

1. ຊະດາ ຫຼື ກະໂຈມຄໍາແທ້ ເຊິ່ງມີນໍ້າຫນັກປະມານ 2 ກິໂລ ຮູບຊົງກະໂຈມອອກແນວສິລະປະອັງກໍທົມ .

2. ຜ້າສະໄບ ເປັນຜ້າທີ່ຕ່ຳດ້ວຍໄຫມຄໍາແທ້ ປົກບ່າ ປະດັບດ້ວຍຄໍາແທ້  ສ່ວນຜ້າສະໄບບ່ຽງຫລັງພ້ອມດ້ວຍອາພອນ ແບບຟ້ອນນາງແກ້ວ ( ສັນນິຖານວ່າ ຄ້າຍຄືກັບການແຕ່ງກາຍ ໃນຣາຊາພິທີສົມຣົດແບບດັ່ງເດີມ ຈາກຣາຊາທານີຂະເໝນ ແບບເຈົ້າຍິງແກ້ວເກງຍາ ອັກຄະມະເຫສີ ຂອງເຈົ້າຟ້າງຸ່ມ.  ດັ່ງນັ້ນຈຶ່ງກ່າວໄດ້ວ່າໄດ້ຮັບອິດທີພົນການແຕ່ງກາຍດັ່ງກ່າວມາ,

3. ສ່ວນການນຸ່ງສິ້ນນັ້ນ ເປັນຜ້າສິ້ນແພວາ ແບບພັບແພບເປັນກີບຊັ້ນ ປັກດິ້ງໄຍສາຍຄໍາ ແລະ ແຜ່ນແຊກດອກຫມາກ ຕີນໄຫມຄຳແທ້ ນ້ຳຫນັກຂອງສິ້ນປະມານ 3 ກິໂລກ ແລະເຄື່ອງປະດັບເອ້ຍ້ອງນັ້ນ ແມ່ນໄດ້ຈາກອິດທິພົນຂອງນນາງອັບຊະຣາ ຟ້ອນຢ່ອນລົງມາ ງົດງາມສະຫງ່າ ເປັນທີ່ສຸດ

ທີ່ມາ: ວັດຊຽງທອງ ໄຊຍະໂຣຫະຣາມາທິບໍດີ ມະຫາວິຫານ

ຂໍ້ມູນ: Chandra Vongsaravanh

Hits: 51

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້