Saturday, April 26, 2025
Kbank Laos โอน รับ จ่าย

ປະຫວັດຄວາມເປັນມາ ພະທາດຕຸມພະວັງ ແຫ່ງວັດບ້ານນາວາງໃຫ່ຍ ເມືອງໜອງບົກ ແຂວງຄຳມ່ວນ

ພຣະທາດຕຸມພະວັງ ປະດິດສະຖານຢູ່ ວັດບ້ານນາວາງໃຫ່ຍ ເມືອງໜອງບົກ ແຂວງຄຳມ່ວນ ຫ່າງຈາກຕົວເທດ ສະບານເມືອງທ່າແຂກ ໄປທາງໃຕ້ລຽບທາງແຄມຂອງປະມານ 27 ກິໂລແມັດ ເຊິ່ງວັດບ້ານນາວາງແມ່ນຕັ້ງຢູ່ຕິດແຄມນ້ຳເຊບັ້ງໄຟ. 

ທຸກໆປີຂອງບຸນເຂົ້າຈີ່ ເດືອນສາມເພັງ ບຸນມາຄະບູຊາ ຊາວບ້ານຊາວເມືອງ ຈະເຕົ້າໂຮມກັນເຮັດບຸນນະມັດ ສະ ການພຣະທາຕຸຕຸມພະວັງ ແຫ່ງນີ້ ພ້ອມກັບບຸນນະມັດສະການພຣະທາຕຸສີໂຄດຕະບອງ (ຄຳມ່ວນ) , ພຣະທາຕຸພະນົມ ( ຈັງຫວັດນະຄອນພະນົມ) , ພຣະທາຕຸໂຜ່ນ (ສະຫວັນນະເຂດ) , ທາຕຸນາງລາວ ( ສະຫວັນນະເຂດ) , ທາຕຸນາດູ່ ( ສາລະວັນ) ແລະຜາສາດຫິນວັດພູຈຳປາສັກ 

ທາດຕູມພະວັງ ” ເຊິ່ງມີຄວາມໝາຍວ່າ: “ສະພາບທີຊົງໄວ້” ໃນອົງພຣະທາຕຸຕຸມພະວັງ ນີ້ແມ່ນມີ “ອັດຖິ” ຂອງພຣະອໍຣະຫັນຕະທາຕຸຢູ່ 4 ອົງ , ( 3 ອົງ=ໜ່ວຍຫມາກທັນ ສີຂາວໆ, ອີກອົງຫນຶ່ງ=ເມັດສາລີ )

ນອກນັ້ນຝຸ່ນອັດຖິທາຕຸຢູ່ໃນອູບຄຳນັ້ນອີກດ້ວຍ ນອກນີ້ຍັງມີພຸດທະຮູບທີສິ່ງສັກສິດ ທີ່ຢູ່ໃນອົງທາຕຸແຫ່ງນີ້ຫຼາຍໆຢ່າງ 

ເມື່ອກ່ອນນີ້ພຣະທາດຕູມພະວັງ ຕັ້ງຢູ່ໃນຂົງເຂດ ອານາຈັກສີໂຄດຕະບອງ ແຫ່ງທຳອິດ ທີ່ຕັ້ງຢູ່ຫ່າງຈາກປາກແມ່ນ້ຳເຊບັ້ງໄຟ ປະມານ 15 ກີໂລແມັດ ໃນເຂດ ບ້ານສະດືແລະບ້ານຫນອງເຮືອທອງ ໃນບໍດົນມານີ້ມີການຂຸດພົບ ວັດຖຸມີຄ່າສະໄຫມຕັ້ງອານາຈັກສີໂຄດຕະບອງ ແລະສິ່ງທີ່ຍັງຫລົງເຫລືອຢູ່ກໍ ແມ່ນດີນຈີ່ ແລະສິ່ງເສດເຫລືອເລັກນ້ອຍ ແຕ່ຫນ້າເສຍດາຍພາກສວ່ນທີ່ກ່ຽວຂ້ອງ ກັບລະເລີຍຍ້ອນຂາດແຫລ່ງທຶນຫລື ຄວາມຮູ້ວິຊາການ ໃນການປົກປັກຮັກສາ ມູນມໍລະດົກອັນດີງາມແນວນີ້ໄວ້.

ສ່ວນພຣະທາຕຸຕູມພະວັງ ຕັ້ງຫຍັບຂຶ້ນມາຈາກ ອານາຈັກສີໂຄດຕະບອງ ບໍເຖິງ 10 ກິໂລແມັດ ບາງເທື່ອອາດແມ່ນສ້າງສະໄຫມດຽວກັນ ຍ້ອນວ່າ ຕັ້ງຢູ່ໃກ້ກັບພຣະທາຕຸພະນົມ ບໍເຖິງ 10 ກີໂລແມັດ

ຕາມຄວາມເຊື່ອ ໃນສະໄຫມແຕ່ກ່ອນນັ້ນແມ່ນມີ ຜູ້ທີ່ນຳເອົາ ອັດຖິທາຕຸ-ອໍຣະຫັນຕະທາຕຸມາ ( ອັດຖິທາຕຸສ່ວນຫົວອົກຂອງພຣະສັມມາສັມພຸທທະເຈົ້າ ມາປະດິດສະຖານຕັ້ງໄວ້ທີ່ ພູກຳພ້າ ປັດຈຸບັນນີ້ເອີ້ນວ່າ: “ພຣະທາດພະນົມ” ສ່ວນອັດຖິທາຕຸຂອງພຣະອໍລະຫັນຕະທາຕຸ ແມ່ນເພິ່ນໄດ້ຖວາຍມອບໃຫ້ ອຸບາສົກ-ອຸບາສີກາ ຜູ້ມີສັດທາໄປຊ່ວຍສ້າງພຣະທາຕຸພະນົມໃນຄາວນັ້ນ ໃຫ້ນຳມາກໍ່ສ້າງພຣະທາຕຸກວາມໄວ້ທີ່ເຄິ່ງເມືອງຕຸມພະວັງ ເຊິ່ງປັດຈຸບັນນີ້ແມ່ນບ້ານນາວາງ ເມືອງຫນອງບົກ ແຂວງຄຳມ່ວນ 

ກ່ອນສ້າງທາຕຸຕຸມພະວັງ ອົງນີ້ ຍັງມີອຸປາສົກ-ອຸປາສີກາ ຈາກຊາວບ້ານດົງເທິງ ແລະ ບ້ານດົງທ່າ, ເມືອງຄັນທະບູລີ, ແຂວງສະຫວັນນະເຂດ ໄດ້ ປ່າວເຕືອນກັນ ເພື່ອໄປຊ່ວຍສ້າງທາດພະນົມ ເມື່ອຕົກລົງປົງໃຈກັນແລ້ວ ຈຶ່ງໄດ້ພາກັນອອກຈາກບ້ານແລ້ວ ກໍ່ຢ່າງລົງມາຫາທ່າຂ້າມເຊບັ້ງໄຟມາແວ່ ເຊົາທີ່ບ້ານນາວາງ ເພື່ອເວລາຈະອອກເດີນທາງຕໍ່ໄປ ສູ່ທ​າຕຸພະນົມນັ້ນ ຈຶ່ງໄດ້ປ່າວເຕືອນ ຊັກຊວນເຖົ້າແກ່ອຸບາສົກ, ອຸບາສີກາທັງຫຼາຍໃນບ້ານນີ້ໄປ ຊ່ວຍສ້າງທາຕຸນຳພຣະຍາທັງ 5 ເມື່ອໄປເຖິງແລ້ວ ກໍ່ໄດ້ພາກັນຊ່ວຍຂົນຫີນແຮ່, ຫີນຊາຍ, ດິນໜຽວ, ປັ້ນດິນຈີ່, ເຜົາດິນຈີ່, ຂົນດິນຈີ່ ແລະ ປູນຂາວ ນ້ຳແຊ່ໜັງ, ແຊ່ຢາງໂບງ, ອອກກຳລັງກາຍຊ່ວຍສ້າງພຣະທາດພະນົມ ພໍສົມຄວນແກ່ກຳລັງເຫື່ອແຮງແລ້ວ ກໍ່ໄດ້ອຳລາພາຈາກເພື່ອນ ຝູງມິດສະຫາຍ ທີ່ມາຈາກ ສາລະທິດ ເພື່ອຊ່ວຍສ້າງພະທາດພະນົມນັ້ນ ຂ້າມຂອງຄືນເມືອເຊົາຢູ່ບ້ານນາວາງ ອັນເປັນບ່ອນເຄີຍພັກເຊົາໄປມາ.

ໃຜໄດ້ໄປຄຳມ່ວນໃນໄລຍະບຸນມາຄະບູຊາ ຢ່າລືມໄປຂາບໄຫວ້ ທັງ 3 ແຫ່ງ ຄື : ພຣະທາຕຸສີໂຄດຕະບອງ , ພຣະທາຕຸຕຸ້ມພະວັງ ແລະພຣະທາຕຸພະນົມ ເພື່ອເປັນສິຣິມຸງຄຸລແກ່ຕົນເອງ ຄອບຄົວ ເພື່ອນມິດ ແລະບ້ານເມືອງ ເພາະພຣະທາຕຸທັງສາມແມ່ນຢູ່ໃກ້ໆກັນ ໄປມາສະດວກສະບາຍ…

ແຫຼ່ງຂໍ້ມູນ: Houmphet Manisouk

Facebook: https://facebook.com/houmphet.manisouk

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.