ຕ້ອນຮັບເທດສະການແຫ່ງຄວາມຮັກ ເຫັນວ່າລາຄາດອກກຸຫຼາບປີນີ້ ແມ່ນເລີ່ມຕົ້ນຢູ່ດອກລະ 5000 ກີບ ເຖິງວ່າຄ່າເງີນບາດຈະສູງຂຶ້ນ ແຕ່ແມ່ຄ້າຊາວຂາຍຍັງຂາຍລາຄາທີ່ເຮັດໃຫ້ລູກຄ້າສາມາດຊື້ໄດ້

ຕອນເຊົ້າວັນທີ 14 ກຸມພາ 2020 ອິນໄຊລາວໄດ້ລົງສໍາຫຼວດລາຄາດອກກຸຫຼາບໃນເຂດດົງປາລານ ບັນຍາກາດສອງພາກທາງເຕັມໄປດ້ວຍຄວາມຟົດຟື້ນ ຕາມຮ້ານຄ້າໄດ້ນໍາເອົາດອກໄມ້ສົດ ແລະ ສິ່ງຂອງໃຫ້ແທນໃຈອອກມາວາງຈໍາໜ່າຍ ແລະ ຈາກການກວດສອບລາຄາໃຫ້ວ່າ ຍັງຄົງຂາຍລາຄາເກົ່າຕັ້ງແຕ່ ວັນທີ 10 ກຸມພາ 2020 ຄື: ດອກກຸຫຼາບສີແດງ ນໍາເຂົ້າຈາກຫວຽດນາມ ເລີ່ມຕົ້ນດອກລະ 5000 ກີບ ເນື່ອງຈາກວ່າມີດອກນ້ອຍ, ສ່ວນດອກກຸຫຼາບທີ່ນໍາເຂົ້າຈາກປະເທດໄທ ແມ່ນຈະເລີ່ມຕົ້ນຢູ່ ດອກລະ 10.000 ກີບ ທັງສີແດງ ສີບົວ ສີສົ້ມ ແລະ ສີຟ້າ ເນື່ອງຈາກວ່າມີດອກໃຫ່ຍ. ນອກຈາກນີ້ ລາຄາດອກໄມ້ແຫ້ງ ທີ່ກໍາລັງໄດ້ຮັບຄວາມນິຍົມຢູ່ ແມ່ນເລີ່ມຕົ້ນຢູ່ 40.000 ກີບ/ຊໍ່





Hits: 7