ຂໍຂອບໃຈນຳຜູ້ສະໜັບສະໜູນ

ອະນຸກຳມະການໂຄສະນາ ແລະ ຂະບວນການກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ນຳໂດຍ ທ່ານ  ໄຊສົມພອນ ພົມວິຫານ  ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ  ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາແກ່ຄະນະພັກ, ອົງການປົກຄອງ ເມືອງ ສົບເບົາ, ເມືອງຊຽງຄໍ້ ແລະ ເມືອງ ວຽງໄຊ ແຂວງ ຫົວພັນ. ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ຂອງເມືອງໃນໄລຍະທີຜ່ານມາມີຜົນສໍາເລັດ ໂດຍສະເພາະ ແມ່ນການສ້າງຂະບວນການຕ່າງໆ ເພື່ອຕ້ອນຮັບກອງປະຊຸມໃຫຍ່ສາມຂັ້ນຂອງພັກ ຊິ່ງຕິດພັນກັບບັນດາວຽກງານຂອງຂະແຫນງການຂອງເມືອງ.

ພອ້ມນີ້, ທ່ານ ໄຊສົມພອນ ຍັງໄດ້ມີທິດຊີ້ນໍາບາງດ້ານຕື່ມອິກໂດຍສະເພາະແມ່ນໃຫ້ເອົາໃຈໃສ່ຖືສໍາຄັນບັນຫາການສຶກສາອົບຮົມການເມືອງແນວຄິດ ຕໍ່ພະນັກງານຫຼັກແຫຼ່ງ, ທະຫານ, ຕໍາຫຼວດ, ປະຊາຊົນບັນດາເຜົ່າໃຫ້ກວ້າງຂວາງ  ຊຶ່ງແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ, ແຜນພັດທະນາເສດຖະ ກິດ-ສັງຄົມ ຂອງເມືອງ ໃຫ້ບັນລຸຕາມແຜນການ ໂດຍຂຸດຄົ້ນທ່າແຮງບົ່ມຊ້ອນ ຂອງເມືອງ ເຖິງແມ່ນວ່າເມືອງໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ຂອງເມືອງແລ້ວ ແຕ່ສະເຫມີໃຫ້ສືບຕໍ່ເອົາໃຈໃສ່ສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບວຽກງານສາມສ້າງ, ລະດົມທຸກພາກສ່ວນ ແລະ ກໍາລັງແຮງເຂົ້າໃນການພັດທະນາ ໃຫ້ເປັນຂະບວນການແຂງແຮງ ແລະ ກວ້າງຂວາງ, ເອົາໃຈໃສ່ກະກຽມການ ໂຄສະນາ, ເລົ່າມູນເຊື້ອຂອງພັກ, ວັນສໍາຄັນຂອງ ພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ອື່ນໆ. ໃຫ້ມີບັນຍາກາດຟົດຟື້ນ ເຊິ່ງໃນປີ 2020 ເປັນປີທີ່ມີຫຼາຍເຫດການສໍາຄັນຂອງພັກ, ຂອງລັດ ເຊັ່ນ: ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 65 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ, ວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຄົບຮອບ 100 ປີ. ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ແລະ ວັນສໍາຄັນອື່ນໆ. ພອ້ມນີ້, ກໍ່ໃຫ້ອົງການປົກຄອງ ເມືອງສົມທົບກັບແນວລາວສ້າງຊາດເມືອງເອົາໃຈໃສ່ຕໍ່ກັບວຽກງານສາສະຫນາ, ເກັບກໍາບັນດານັກບວດ, ນັກສອນສາສະຫນາ, ແນວລາວສ້າງຊາດ ກໍ່ຕອ້ງປະຕິບັດພາລະບົດບາດ, ສິດ ແລະ ຫນ້າທີ່ຂອງຕົນ ໃນການເຕົ້າໂຮມຄວາມສາມັກຄີ ສຶກສາອົບຮົມ, ຄວາມເປັນແບບຢ່າງທີ່ດີ ໃຫ້ຄໍາຄິດຄໍາເຫັນ, ແນະນໍາ, ຊຸກຍູ້ປະຊາຊົນບັນດາເຜົ່າເຂົ້າຮ່ວມໃນການສ້າງສາພັດທະນາເມືອງຂອງຕົນ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນດີຂື້ນ. ຄຽງຄູ່ກັນນັ້ນ, ກໍ່ໃຫ້ເອົາໃຈໃສ່ເຂົ້າໃນວຽກງານປອ້ງກັນຊາດ-ປອ້ງກັນຄວາມສະຫງົບ, ການຮັກສາສຸຂະພາບ ເວົ້າລວມ, ເວົ້າສະເພາະ ແມ່ນການເຝົ້າລະວັງພະຍາດ, ບັນຫາຢາເສບຕິດ, ການບໍລິໂພກຂໍ້ມູນຂ່າວສານທາງສື່ອ່ອນລາຍຄວນໄຈ້ແຍກຢ່າງລະອຽດຄັກແນ່ວ່າສີ່ງໃດຖຶກ ຫລື ຜິດ. ພອ້ມນີ້, ຍັງໄດ້ຮູ້ເຖິງສະພາບການຂອງພາກພື້ນ ແລະ ໃນໂລກທີ່ມີຄວາມສັບສົນ ໂດຍສະເພາະ, ແມ່ນການລະບາດຂອງພະຍາດປອດອັກເສບທີ່ເກີດຂື້ນໃນປະຈຸບັນ ເພື່ອພອ້ມກັນເຝົ້າລະວັງ, ປອ້ງກັນ ແລະ ບັນຫາອື່ນໆອິກ.  ເຊື່ອແນ່ວ່າພາຍໃຕ້ການຊີ້ນໍາໆພາຂອງອົງຄະນະພັກຈະເຮັດໃຫ້ເມືອງມີຜົນສໍາເລັດ.

 ໃນໂອກາດໂອ້ລົມໃນຄັ້ງນີ້, ທ່ານ ໄຊສົມພອນ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມຄອບຄົວຕົວແບບ ປູກໄມ້ກິນໝາກ ຢູ່ບ້ານຫ້ວຍຕຸ່ງ ເມືອງ ສົບເບົາ, ບ້ານ ກົກໄຊ ເມືອງ ຊຽງຄໍ້, ຢ້ຽມຢາມໂຄງການສ້າງສະໜາມບິນ ໜອງຄ້າງ ແລະ ສູນສົ່ງເສີມເຕັກນິກກະສິກໍາ ແລ ປ່າໄມ້ ຮ່ວມມື ລາວ-ຫວຽດນາມ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທີ່ມາ: ກົມໂຄສະນາ ອົບຮົມ ສນຊ

Hits: 182

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້