ລວມຮີດສິບສອງ ຄອງສິບສີ່ ຂອງປະຊາຊົນລາວ ທີ່ສືບຮອດມາແຕ່ບູຮານນະການ

ພາບປະກອບ

ຮີດສິບສອງ ຄອງສິບສີ່
ຮີດ” ​ແລະ“ຄອງ” ມີ​ຄວາມ​ໝາຍ​ໃກ້​ຄຽງ​ກັນ​ແຕ່​ບໍ່​ແມ່ນ​ອັນ​ດຽວ​ກັນ. ຄຳ​ວ່າ “ຮີດ”​ແມ່ນ​ໝາຍ​ເຖິງ​ສິ່ງ​ທີ່​ໄດ້​ປະພຶດ​ປະຕິບັດ​ກັນ​ມາ​ເປັນ​ເວລາ​ດົນ​ນານ, ສ່ວນ​ຄຳ​ວ່າ “ຄອງ” ໝາຍ​ເຖິງ​ກົດຫຼື​ແນວທາງ​ທີ່​ວາງ​ໄວ້​ເພື່ອ​ປະຕິບັດ​ຕາມ. ​ເມື່ອ​ເຮົາ​ເອົາ “ຮີດ”​ແລະ “ຄອງ” ມາ​ລວມ​ເຂົ້າກັນ ຈະ​ກາຍ​ເປັນ​ຄຳ​ວ່າ​ “ຮີດຄອງ” ທີ່​ມີ​ຄວາມ​ໝາຍວ່າ: “​ແນວທາງ​ການ​ປະ​ພຶດປະຕິບັດ​ທີ່​ສືບ​ທອດ​ກັນ​ມາ​ເປັນ​ເວລາ​ດົນ​ນານ”.

    “ຮີດ​ສິບ​ສອງ​ຄອງ​ສິບ​ສີ່”​ແມ່ນ​ແນວທາງ​ການ​ປະພຶດ​ປະຕິບັດ​​ ທີ່​ເຈົ້າຟ້າ​ງຸ່ມມະຫາລາດ ​ໄດ້​ກຳນົດ​ຂຶ້ນ ພາຍຫຼັງທີ່​ທ້ອນ​ໂຮມບັນດາ​ຫົວ​ເມືອງ​ລາວ​ເຂົ້າ​ເປັນ​ອານາຈັກ​ລ້ານ​ຊ້າງ​ເອກະ ​ພາບ. ຈຸດປະສົງ​ກໍ​ແມ່ນ​ເພື່ອ​​ໃຫ້​ປະຊາ​ຊົນ​ທີ່​ເຊື່ອ​ຖື​ຜີ​ສາງ​ນາງ​​ໄມ້​ທີ່​ ງົມງວາຍ​ໃຫ້​ມານັບຖື​ສາສະໜາ​ພຸດ ​ໂດຍ​ມີ​ແນວທາງປະຕິບັດ ຄື ຮີດ​ສິບ​ສອງ​ຄອງ​ສິບ​ສີ່​ແທນ.
ພາບປະກອບ

ຮີດ​ສິບ​ສອງ​

  1. ເຖິງເດືອນຈຽງມານັ້ນ ໃຫ້ລ້ຽງຜີມົດ, ຜີໝໍ, ຜີຟ້າ, ຜີແຖນ ແລະ ນິມົນພຣະສັງຄະເຈົ້າເຂົ້າປະລິວະສະກຳ (ບຸນເຂົ້າກຳ, ພຣະສົງ, ຄູບາເຂົ້າກຳ)
  2. ເຖິງລະດູເດືອນຍີ່ ໃຫ້ນິມົນພະສັງຄະເຈົ້າມາຕັ້ງສູດໄຊຍະມຸງຄຸນເອົາບຸນຄຸນເຂົ້າ (ບຸນກອງເຂົ້າ ຫຼື ສູດຂວັນເຂົ້າ)
  3. ເຖິງເດືອນ 3 ອອກໃໝ່ 3 ຄ່ຳ ບຸນໄຂປະຕູເລົ້າເຂົ້າ, ເດືອນ 3 ເພັງ 15 ຄ່ຳ ໃຫ້ເຮັດທານເອົາບຸນເຂົ້າຈີ່ ແລະ ບຸນມາຄະບູຊາ, ສາມະເນນຈຳສິນ 10 ແລະ ພຣະສົງຈຳສິນ 227
  4. ເຖິງເດືອນ 4 ໃຫ້ຫາດອກໄມ້ມາສັກສະລາບູຊາ ແລະ ເຮັດບຸນຟັງທຳມະເທດສະໝາ ຫຼື ບຸນມະຫາເວດສັນຕະລະຊາດົກ (ບຸນພະເວດ) ເປັນຕົ້ນ.
  5. ເຖິງລະດູເດືອນ 5 ສັງຂານໃໝ່ມານັ້ນ ໃຫ້ນິມົນພຣະສົງອົງຄະເຈົ້າຕັ້ງສູດໄຊຍະມຸງຄຸນ. ຮຸ່ງເຊົ້າເປັນມື້ເນົາ ໃຫ້ມາກັນເຮັດບຸນໃຫ້ທານເຂົ້ານ້ຳໂພຊະນາຫານ ໃຫ້ສັງຄະເຈົ້າຜູ້ມີສິນແລ້ວຂໍສົມມາຄະລະວະພຣະພຸດທະຮູບ, ພະທຳມະເຈົ້າ, ພະສັງຄະເຈົ້າ, ພໍ່ແມ່ເຖົ້າແກ່ ແລະ ຜົວແຫ່ງຕົນ; ປະການໜຶ່ງປຸກຜາມໄຊກາງບ້ານ ແລະ ນິມົນພຣະສັງຄະເຈົ້າມາຕັ້ງສູດໄຊຍະມຸງຄຸນ 7 ມື້ 7 ຄືນ ແລະ ໃຫ້ເຮັດທານຖະຫວາຍນ້ຳ ໂພສະນາຫານແກ່ພະສົງແລ້ວພາກັນແຕ່ງຄືນກີຍາບູຊາເບີກສົ່ງຜີບໍລິສາດ ຄືໃຫ້ປຸກຮ້ານໄວ້ 4 ແຈຂອງບ້ານແລ້ວນິມົນພຣະສົງຄະເຈົ້າມາສູດ ພະຍາທັງ 4 ໃສ່ໃນຮ້ານນັ້ນ ແລະ ມີຝ້າຍພະມະຈາລີຍັງ (ຝ່າຍມຸງຄຸນ) ໄວ້ອ້ອມບ້ານຄັນເຖິງວັນຖ້ວນ 7 ນັ້ນໃຫ້ເອົາ ບາດ 7 ໜ່ວຍໃສ່ນ້ຳມົນ ແລ້ວໃຫ້ພະສົງສູດອ້ອມບ້ານຫວ່ານແຮ່ຊາຍໄປນຳພ້ອມກັບການສູດນ້ຳມົນ ແລະ ໃຫ້ຂຽນກະຖາພະເຈົ້າ 5 ພະອົງຕິດ ຫຼື ແຂວນໄວ້ປະຕູບ້ານວ່າດັ່ງນີ້: “ອະອຸເອ ວະນະວະວະນະນະມະອະອຸນະໂມ ພຸດທະໂຍ ໃຫ້ຮັກສາໄວ້ແຕ່ 3 ມື້ ຫາ 7 ມື້ ຄົນໃນບໍ່ໃຫ້ອອກຄົນນອກບໍ່ໃຫ້ຂົ້າ. 7 ມື້ນັ້ນຄືໃຫ້ຊື້ຂາຍສິ່ງຂອງນຳກັນທີ່ນອນບ້ານເຮືອນແຫ່ງຕົນ.
  6. ເຖິງເດືອນ 6 ໃຫ້ເຮັດພຸດທະພິເສກຫົດສົງພະພຸດທະຮູບເຈົ້າ ແລ້ວເຊີນເອົາພະພຸດທະຮູບຂື້ນແທ່ນບັນລັງຕາມເດີມ ຫຼື ທຳບຸນບວດຫົດ ແລະ ບຸນວິສາຄະບູຊາ 7.ເຖິງລະດູເດືອນ 7 ໃຫ້ບູຊາເທວະດາອາລັກລ້ຽງມະເຫສັກຫຼັກບ້ານ, ຫຼັກເມືອງ ແລະ ໃຫ້ເຮັດພິທີເບີກສຳລະຂັບໄລ່ຂີ້ດຽດຈັງໄຮ, ແນວບໍ່ດີບໍ່ງາມ ຊຶ່ງອາດຈະເກີດຂື້ນ.
  7. ເຖິິງລະດູເດືອນ 8 ອອກໃໝ່ 15 ຄ່ຳ ແລະ ແຮມ 1 ຄ່ຳ ບຸນເຂົ້າພັນສາ ໃຫ້ນິມົນພະສົງເຂົ້າພັນສາ ແລ້ວປ່າວເຕືອນຍາດຕິພີ່ນ້ອງເອົາເຜິ້ງມາຕີທຽນເຫຼັ້ມໃຫຍ່ ຖວາຍແດ່ພະສົງຄະເຈົ້າ ແລະ ຖວາຍນ້ຳໂພຊະນາຫານ ຟັງທຳມະເທດສະໜາຕາມສັດທາ
  8. ເຖິງເດືອນ 9 ດັບໃຫ້ເຮັດບຸນເຂົ້າປະດັບດິນ, ເຮັດຕົ້ນກະລາພຶກ ນິມົນເອົາພະສົງຄະເຈົ້າສູດໄຊຍະມຸງຄຸນ ຮຸ່ງເຊົ້າຈຶ່ງເອົາເຂົ້າປະດັບດິນໄປຢາຍໄວ້ຕາມດິນຕາມຫຍ້າ ອຸທິດຝາກໃຫ້ຍາດພີ່ນ້ອງ ແລະ ເພດຜີທັງຫຼາຍ ແລະ ຖວາຍແດ່ພະສັງຄະເຈົ້າ
  9. ເຖິງລະດູເດືອນ 10 ເພັງ ໃຫ້ເຮັດບຸນເຂົ້າສະຫຼາກ ຝາກໄປຫາຍາດພີ່ນ້ອງ ແລະ ເທວະດາອາຮັກທັງຫຼາຍຊຶ່ງໃນພາເຂົ້າຈະຂຽນສະຫຼາກໃສ່
  10. ເຖິງເດືອນ 11 ເພັງໃຫ້ນິມົນພະສັງຄະເຈົ້າພະສົງອອກວັດສາ ແລະ ທຳການບາສີພະພິຂຸສຳມະເນນ ຖວາຍນ້ຳໂພຊະນາຫານ ແລະ ຜ້າຈຳພັນສາແກ່ພະສົງ ແລ້ວນິມົນທານໃຫ້ຢູ່ຕໍ່ໄປເພື່ອໃຫ້ຈຳພັນສາໃນປີໜ້າ
  11. ຕັ້ງແຕ່ເດືອນ 11 ແຮມ 1 ຄ່ຳ ຫາ ເດືອນ 12 ເພັງ ໃຫ້ພ້ອມກັນເຮັດບຸນກະຖິນ ຖວາຍອັດຖະບໍລິຂານແກ່ພະສັງຄະເຈົ້າ. ບຸນມະຫາກະຖິນແມ່ນບຸນກຸສົນເປັນບຸນໃຫຍ່, ຕ້ອງມີການຫ້າງຫາກະກຽມໃນເວລາອັນຍາວນານສົມຄວນ ເປັນການທານໃຫຍ່.
  12. ບຸນກະຖິນວັດໜຶ່ງຈະຮັບມະຫາກະຖິນໄດ້ພຽງ 1 ກອງເທົ່ານັ້ນ. ໃນວັດນັ້ນຕ້ອງມີພະສົງແຕ່ 5 ອົງຂື້ນໄປ ຈຶ່ງສາມາດຮັບກະຖິນໄດ້ ການຖວາຍມະຫາກະຖິນໃນກອງມະຫາກະຖິນຕ້ອງປະກອບມີຜ້າໄຕ, ບາດ 1 ໜ່ວຍ, ເວລາພະສົງຮັບເອົາມະຫາກະຖິນແລ້ວ ພຣະສົງຕ້ອງທະລົງຜ້າຮອດເດືອນ 4 ເພັງ.
ພາບປະກອບ

ຄອງ​ສິບ​ສີ່

 ຄອງ​ສິບ​ສີ່​ໝາຍ​ເຖິງ​ຂໍ້​ກຳນົດ 14 ຂໍ້ ທີ່​ປະຊາຊົນ​ລາວ​ເຮົາ ​ຖື​ເປັນ​ທຳນຽມ​ປະຕິບັດ​ມາຕັ້ງ​ແຕ່​ດົນ​ນານ​ແລະ​ໃນ​ປັດຈຸບັນ​ກໍ​ຍັງ​ເຊື່ອ​ຖື​ຢູ່ ​ແຕ່​ອາດ​ຈະ​ບໍ່​ເຂັ້ມງວດ ຫຼືບາງ​ຂໍ້​​ໃນ​ບາງ​ທ້ອງ​ຖິ່ນ​ກໍ​ປ່ອຍ​ວາງ​ໄປ​ແລ້ວ. ຄອງ​ສິບ​ສີ່​ມີ​ຄື:
ເຖິງເດືອນຈຽງມານັ້ນ ໃຫ້ລ້ຽງຜີມົດ, ຜີໝໍ, ຜີຟ້າ, ຜີແຖນ ແລະ ນິມົນພຣະສັງຄະເຈົ້າເຂົ້າປະລິວະສະກຳ (ບຸນເຂົ້າກຳ, ພຣະສົງ, ຄູບາເຂົ້າກຳ)
  1. ຢ່າ​ຢຽບ​ເງົາ​ຂອງ​ພະສົງ ຫຼື ຜູ້​ມີ​ສິນ​ບໍລິສຸດ
  2. ຢ່າ​ເອົາ​ອາຫານ​ເຫຼືອ ຫຼື ​ເງື່ອນ ​ໄປ​ໃຫ້​ພະສົງ​ສັນ
  3. ຢ່າ​ເສບ​ກາ​ມະ​ຄຸນ​ໃນ​ມື້​ວັນ​ສິນ, ວັນ​ເຂົ້າພັນ​ສາ, ວັນ​ມາຄະ​ບູຊາ, ວັນ​ວິສາຂະບູຊາ ​ແລ​ະ ວັນ​ກຸດ​ສົງການ​ຢ່າງ​ເດັດຂາດ.
    4.​ເມື່ອ​ພະສົງ​ກາຍ​ມາ​ໃຫ້​ນັ່ງລົງ, ນົບ​ມື​​​ໄຫວ້​​​ແລ້ວຈຶ່ງ​ຄ່ອຍ​ຍ່າງ​ກາຍ ຫຼືຈຶ່ງຄ່ອຍ​ລົມ​ນຳ​ເພິ່ນ.
  4. ມື້​ພະສົງ​ເຂົ້າກຳ ​ໃຫ້ມີດ​ອກ​ໄມ້​ທູບ​ທຽນ​ແລະ​​ເຄື່ອງ​ບໍລິຂານ​ໄປ​ທານ​ຮ່ວມ​ເພິ່ນ.
  5. ກ່ອນ​ຈະ​ເຂົ້ານອນ​ໃຫ້​ອາບນ້ຳ ຫຼືລ້າງ​ຕີນ​ເສຍ​ກ່ອນ
    7.​ເມື່ອ​ເຖິງ​ວັນ​ສິນ​ດັບ​-ສິນ​ເພັງ ​ໃຫ້​ເຮັດບຸນ​ໃສ່​ບາດ ຫຼືນິມົນ​ພະສົງ​ມາ​ສູດ​ມຸງ​ຄຸນ​ເຮືອນ.
    8.​ເມື່ອ​ເຖິງ​ວັນ​ສິນ​ເພັງ​ໃຫ້​ແຕ່ງຂັນ​ດອກ​ໄມ້ ທູບ​ທຽນ ​ໄປ​ສົມ​ມາ​ຜົວ​ຂອງຕົນ
    9.​ເມື່ອ​ພະສົງ​ສາມະ​ເນນ​ມາ​ບິນທະບາດ ຢ່າ​ໃຫ້​ເພິ່ນ​ຄອຍ​ຖ້າ, ​ເວລາ​ປ່ອນ​ບາດ​ຢ່າ​ໃຫ້​ມື​ຊູນ​ບາດ ຫຼືຊູນ​ຖືກ​ພະສົງ​ສາມະ​ເນນ, ຍາມ​ປ່ອນ​ບາດ​ຢ່າ​ໃສ່​ໝວກ, ​ຢ່າ​ເອົາ​ຜ້າ​ປົກ​ຫົວ, ຢ່າ​ໃສ່​ເກີບ, ຢ່າ​ອຸ້ມ​​ເດັກນ້ອຍ, ຢ່າ​ຖື​ມີດ​ຖື​ພ້າ ຫຼືຢ່າ​ຖື​ອາວຸດ​ໃດໆ.
  6. ​ເມື່ອ​ຮອດ​ວັນ​ສິນ 8 ຄ່ຳ, 14 ຫຼື 15 ຄ່ຳ ​ໃຫ້​ພາກັນ​ສົມ​ມາ​ກ້ອນ​ເສົ້າ, ​ແມ່ຂັ້ນ​​ໄດ ​ແລະ ​ປະຕູ​ເຮືອນ.
  7. ກ່ອນ​ຈະ​ຂຶ້ນ​ເຮືອນ​ໃຫ້​ລ້າງ​ຕີນ​ສາກ່ອນ.
  8. ​ໃຫ້​ພາກັນ​ເຮັດ​ຮົ້ວອ້ອມ​ວັດ​ແລະ​ບ້ານ​ເຮືອນ​ຂອງ​ຕົນ​ໃຫ້​ດີ.
  9. ​ເມື່ອ​ເຖິງ​ລະດູ​ການ​ເກັບ​ກ່ຽວ​ຜົນລະ​ປູກ ຢ່າ​ຟ້າວ​ກິນ​ກ່ອນ ​ໃຫ້​ເອົາ​ໄປ​​ເຮັດ​ບຸນ​ໃຫ້​ທານ​ແກ່​ຜູ້ມີ​ສິນ​ກ່ອນ​ແລ້ວ​ຈຶ່ງ​ຄ່ອຍ​ກິນ. (ຕົວຢ່າງ: ຍາມ​ເຂົ້າ​ໃໝ່ ກໍ​ເອົາ​ໄປ​ບູຊາ ຫຼື ​ໃສ່​ບາດ​ກ່ອນ, ​ແລ້ວ​ຈຶ່ງ​ຄ່ອຍ​ກິນ).
  10. ຢ່າ​ພາກັນ​ລັກ​ໂລບ​ຕາຊິງ, ຢ່າ​ພາກັນ​ຈ່າຍ​ເງິນ​ແດງ ​ແປງ​ເງິນ​ຄວ່າງ, ຢ່າ​ກ່າວ​ຄຳ​ຫຍາບຊ້າ​ ກ້າ​ແຂງ ຕໍ່​ກັນ​ ແລະ​ ກັນ.
ພາບປະກອບ
ພາບປະກອບ
InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: