ຂໍຂອບໃຈນຳຜູ້ສະໜັບສະໜູນ

ການຫົດນ້ຳຕົ້ນໄມ້ລະບົບແບບປະຢັດ ຊ່ວຍໃຫ້ປະຢັດນ້ຳ ແລະຫຼຸດຜ່ອນການໃຊ້ແຮງງານ.

ແບບທີ່1: ໂຮງເຮືອນນ້ອຍຈາກກວດພາສຕິກເຫຼືອໃຊ້ ຫຼຸດການລະເຫີຍນ້ຳ.

ຕັດກົ້ນຂວດປາສຕິກແລ້ວງວຳລົງໃນຕົ້ນໄມ້ ຊ່ວຍຮັກສາຄວາມຊື້ນໜ້າດິນ ຊ່ວຍຫຼຸດປະລິມານຂອງນ້ຳ ທີ່ລະເຫີຍຈາກດິນໄດ້.

ແບບທີ່2: ກວຍຢອດນ້ຳ

ເອົາກວຍຢອດນ້ຳຕົ້ນໄມ້ຕິດເຂົ້າກັບຂວດນ້ຳພາສຕິກທີ່ໃສ່ນ້ຳ ຈາກນັ້ນປັກລົງດິນ ນ້ຳຈະຊຶມໄຫຼຜ່ານກວຍໃນປະລິມານເທົ່າໆກັນ ສ້າງຄວາມຊຸ່ມຊື່ນໃຫ້ກັບດິນ ແລະຕົ້ນໄມ້.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ແບບທີ່ 3: ລະບົບໄອນ້ຳໝູນວຽນ

ໃຊ້ຄວາມຮ້ອນຈາກແສງແດດ ເຮັດໃຫ້ນ້ຳໃນຂວດນ້ອຍກາຍເປັນລະເຫີຍຢູ່ພາຍໃນ ຊ່ວຍຮັກສາຄວາມຊຸ່ມຊື້ນໃຫ້ກັບດິນ.

ແບບທີ່4: ເສດຜ້າດຶງນ້ຳຈາກຂວດ

ນຳເສດຜ້າ ຫຼືຜ້າຝ້າຍ ຈາກນັ້ນໃຫ້ໃສ່ລົງຂວດ ຫຼືພາຊະນະໃສ່ນ້ຳຈຸ່ມລົງໄປເຖິງກົ້ນຂວດ ລໍໃຫ້ນ້ຳຊຶມຜ່ານຜ້າແລ້ວ ນຳປາຍອີກດ້ານໄປວາງໄວ້ອ້ອມໂຄນຕົ້ນໄມ້.

ແບບທີ່ 5: ການໃຫ້ນ້ຳແບບໃສ່ທຽນ

ໃຫ້ນຳເຊືອກ ໄໝພົມ ຫຼືຜ້າຝ້າຍ ໃສ່ໄວ້ໃນບໍລິເວນໃຕ້ກະຖັງ ວາງຊ້ອນເທິງພາຊະນະທີ່ໃສ່ນ້ຳໄວ້ ເປັນລະບົບການໃຫ້ນ້ຳໃນຕົວເອງ ຈາກນ້ຳທາງລຸ່ມຜ່ານເຊືອກ ໄປຍັງກະຖັງຕົ້ນໄມ້ ເປັນວິທີທີ່ເໝາະກັບໄມ້ກະຖັງຂະໜາດນ້ອຍ.

ແບບທີ່ 6: ສວນແຂວນຊ້ອນກັນ

ໃຫ້ແຂວນຕົ້ນໄມ້ຊ້ອນກັນ ຫົດນ້ຳຈາກກະຖັງດ້ານເທິງ ຈະໄຫຼຕໍ່ລົງມາທາງລຸ່ມເລື້ອຍໆນັ້ນເອງ.

ແບບທີ່7: ກວດປັກໂຄນຕົ້ນ

ໃຊ້ກວດຂ້ຳພາສຕິກ ຫຼືກວດແກ້ວໃສ່ນ້ຳຈົນເຕັມກວດ ແລ້ວຂວ້ຳກວດລົງໄປໃນດິນ ເລິກປະມານ 10 ເຊັນ ອ້ອມບໍລິເວນໂຄນຕົ້ນໄມ້.

ແບບທີ່ 8: ກວດເຈາະຮູຝັງດິນ

ນຳກວດນ້ຳເຈາະຮູປ່ອງ ຈາກນັ້ນໃຫ້ນຳມາຝັງດິນໃກ້ໂຄນຕົ້ນໄມ້ ໂດຍໃຫ້ຝາພົ້ນໃນລະດັບຜິວດິນ ໃສ່ນ້ຳໃຫ້ເຕັມແລ້ວປິດຝາ ນ້ຳຈາກຂວດຈະຄ່ອຍໆຊຶມອອກມາທາງຮູປ່ອງອ້ອມໆກວດ.

ແບບທີ່ 9: ຖັງເກັບນ້ຳຝົນ

ຮອງນ້ຳຝົນກັກເກັບໃສ່ຖັງ ຫຼືພາຊະນະແບບຕຶບແສງ ປ້ອງກັນການເກີດໄຄນ້ຳ ນຳມາໃຊ້ແທນນ້ຳປະປາໄດ້ ເຊັ່ນ ລ້າງລົດ, ຫົດນ້ຳຕົ້ນໄມ້, ເຊັດລ້າງທຳຄວາມສະອາດນອກອາຄານ ຊ່ວຍຫຼຸດພາລະຄ່າໃຊ້ຈ້າຍໄດ້ຫຼາຍ.

ແບບທີ່10: ລະບົບນ້ຳຢົດແບບຄົວເຮືອນ

ໃຊ້ຖັງເປັນແຫຼ່ງຈ່າຍນ້ຳສົ່ງຜ່ານທໍ່ຫຼັກ ສົ່ງໄປຕາມທໍ່ຍ່ອຍທີ່ເຈາະຮູໄວ້ ເປັນວິທີການໃຫ້ນ້ຳສຳລັບສວນຜັກ ມີປະສິດທິພາບການໃຫ້ນ້ຳສູງ ແຕ່ໃຊ້ແຮງດັນຕໍ່າ ຕົ້ນທຶນໃນການເຮັດບໍ່ສູງ.

ແຫຼ່ງຂໍ້ມູນ: Me-panya

Hits: 14

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້