Wednesday, July 9, 2025
Kbank Laos โอน รับ จ่าย

ແຂວງຫຼວງນໍ້າທາ ພົບຍ້າຍໄມ້ຜິດກົດໝາຍ 2 ແສນກວ່າແມັດກ້ອນ

ບັນຫາການຜືນຄຳສັ່ງ 15/ນຍ ຍັງຄົງປາກົດໃຫ້ເຫັນຢູ່ເລື້ອຍໆ ເຖິງແມ່ນວ່າໜ່ວຍງານທີ່ກ່ຽວຂ້ອງເບື້ອງລັດນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນຈະມີຄວາມເຂັ້ມງວດກວດຂັນພຽງໃດແລ້ວກໍຕາມແຕ່ບັນຫາເຫຼົ່ານີ້ກໍຍັງເກີດຂຶ້ນບໍ່ໝົດເປັນຈັກເທື່ອອັນໄດ້ສ້າງຜົນເສຍຫາຍຢ່າງມະຫາສານແກ່ຜືນປ່າໄມ້ທຳມະຊາດລວມໄປເຖິງສະພາບເສດຖະກິດຂອງປະເທດກໍຄືແຫຼ່ງລາຍຮັບຈາກໄມ້ໄດ້ຫຼຸດລົງຂະນະທີ່ໃນ 5 ປີຜ່ານມາສະເພາະຫຼວງນໍ້າທາແຂວງດຽວກວດພົບການເຄື່ອນຍ້າຍໄມ້ຜິດກົດໝາຍ 2 ແສນກວ່າ ແມັດກ້ອນພ້ອມນັ້ນຍັງຢຶດຈັກສະຕິນໄດ້ອີກ 100 ກວ່າເຄື່ອງ.

ວັນທີ 10 ກຸມພາ 2020 ນີ້ ທີ່ພະແນກກະສິກຳ ແລະປ່າໄມ້ ແຂວງຫຼວງນໍ້າທາ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກຂະແໜງປ່າໄມ້, ກອງກວດກາປ່າໄມ້ ພະແນກກະສິກຳ ແລະປ່າໄມ້ ໂດຍເປັນປະທານຂອງສະຫາຍ ຄຳເມິງ ແດງມະນີ ເລຂາໜ່ວຍພັກ ຫົວໜ້າຂະແໜງປ່າໄມ້, ກອງກວດກາປ່າໄມ້ ແລະ ເຂົ້າຮ່ວມມີ ສະຫາຍ ພິມແກ້ວ ທຳລະສິນ ເລຂາຄະນະພັກຮາກຖານຫົວໜ້າພະແນກກະສິກຳແລະປ່າໄມ້ແຂວງພ້ອມດ້ວຍຕາງໜ້າ 3 ອົງອົງການຈັດຕັ້ງພັກ, 3 ອົງການຈັດ ຕັ້ງມະຫາຊົນ, ແຂກຖືກເຊີນ ແລະສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.

ສະຫາຍ ນາງ ມອນທອງ ແບ່ງມະນີ ຮອງເລຂາໜ່ວຍພັກຮອງຫົວໜ້າຂະແໜງປ່າໄມ້ລາຍງານວ່າ: ຄະນະໜ່ວຍພັກຂະແໜງປ່າໄມ້, ກອງກວດກາປ່າໄມ້ໄດ້ເອົາໃຈໃສ່ສຶກສາອົບຮົມສະມາຊິກພັກໃຫ້ມີຄວາມເປັນເອກະພາບຕໍ່ແນວທາງປ່ຽນແປງໃໝ່ຂອງພັກເປັນເຈົ້າການປົກປ້ອງແນວທາງ, ອຸດົມການຂອງພັກ, ຕໍ່ຕ້ານປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນພາຍໃນໜ່ວຍພັກ, ໄດ້ເອົາໃຈໃສ່ປັບປຸງ, ກໍ່ສ້າງໜ່ວຍພັກໃຫ້ມີຄວາມເຂັ້ມແຂງ.

ໃນໄລຍະ 5 ປີຜ່ານມາໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການຈັດສັນ ແລະຄຸ້ມຄອງ, ປົກປັກຮັກສາຊັບພະຍາກອນປ່າໄມ້ທີ່ນອນຢູ່ໃນຄວາມຮັບຜິດຊອບຂອງຕົນໂດຍສະເພາະເຂດ ປ່າຜະລິດແຫ່ງຊາດ, ນອກເຂດ 3 ປະເພດປ່າທີ່ລັດຖະບານໄດ້ກຳນົດໄວ້, ເປັນເຈົ້າການສົ່ງເສີມການປູກໄມ້, ຟື້ນຟູປ່າ, ການຄຸ້ມຄອງ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ເຄື່ອງປ່າຂອງດົງແບບຍືນຍົງ.

ປະຈຸບັນມີເນື້ອທີ່ປູກຢາງພາລາທົ່ວແຂວງທັງໝົດ 36 ພັນກວ່າເຮັກຕາ, ກ້າເບ້ຍໄມ້ໄດ້ 2,5 ລ້ານເບ້ຍ, ປູກໄມ້ອຸດສາຫະກຳ, ໄມ້ປະດັບຕາມໄຮ່ສວນ ແລະ ສຳນັກ ງານຫ້ອງການ 150 ເຮັກຕາ, ປູກປະເພດເຄື່ອງປ່າຂອງດົງໄດ້ 458 ເຮັກຕາ, ຟື້ນຟູປ່າດ້ວຍທຳມະຊາດໃນ ເຂດປ່າຜະລິດໄດ້ 415 ເຮັກຕາ, ຊ່ວຍຟື້ນຟູປ່າເພື່ອປັບປຸງບໍລິມາດໄມ້ເຂດອ່າງຕົ່ງເຂື່ອນນ້ຳທາ 1 ໄດ້ 9 ກວ່າເຮັກຕາ ນອກນັ້ນຍັງຂຸດຄົ້ນເຄື່ອງປ່າຂອງດົງປະເພດໝາກຕາວ, ໝາກແໜ່ງ, ໜໍ່ໄມ້, ແຂມ, ເປືອກເມືອກ, ໝາກຂ່າ, ໃບຊາໄດ້ 4 ພັນກວ່າໂຕນ ສາມາດສ້າງລາຍຮັບໃຫ້ລັດ ແລະປະຊາຊົນມູນຄ່າທັງໝົດ 11,6 ຕື້ກີບ.

ພາບປະກອບ

ສຳລັບວຽກງານກອງກວດກາປ່າໄມ້ໄດ້ອອກກວດກາລາດຕະເວັນຈຸດຫຼໍ່ແຫຼມຕ່າງໆພາຍໃນ 5 ເມືອງໄດ້ທັງໝົດ 700 ກວ່າຄັ້ງ, ພົບເຫັນການເຄື່ອນຍ້າຍໄມ້ທີ່ບໍ່ຖືກ ຕ້ອງ 2 ແສນກວ່າແມັດກ້ອນ, ຢຶດຈັກສະຕິນໄດ້ 100 ກວ່າເຄື່ອງ ແລະຢຶດຈັກສະຕິນທີ່ຂາຍຢູ່ຕາມຫ້າງຮ້ານ 16 ເຄື່ອງ,ລົງກວດກາການຊື້-ຂາຍສັດນໍ້າ-ສັດປ່າຕາມຈຸດຫຼໍ່ແຫຼມ ແລະຕະຫຼາດພາຍໃນ 5 ເມືອງໄດ້ທັງໝົດ 700 ກວ່າຄັ້ງ, ສາມາດຢຶດຊີ້ນສ່ວນສັດປ່າໄດ້ 200 ກວ່າກິໂລ, ຮັບສັດນໍ້າສັດປ່າທີ່ເຈົ້າໜ້າທີ່ພາສີເຂດ I ຢຶດ ໄດ້ 100 ກວ່າໂຕ ໄດ້ຈັດພິທີຈູດທໍາລາຍຖິ້ມ ແລະສ່ວນໂຕທີ່ມີຊີວິດແມ່ນເອົາໄປປ່ອຍຢູ່ທໍາມະຊາດ.

ໄດ້ເອົາໃຈໃສ່ຄຸ້ມຄອງປົກປັກຮັກສາປ່າສະຫງວນແຫ່ງຊາດນໍ້າຫ້າ ແລະປ່າສະຫງວນນໍ້າການ, ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະປູກຈິດສຳນຶກໃຫ້ປະຊາຊົນຮູ້ໃນການປົກປັນຮັກສາປ່າໄມ້ຊີວະນາໆພັນໃນເຂດປ່າສະຫງວນ ແລະຄຸ້ມຄອງປົກປັກຮັກສາປ່າປ້ອງກັນເຂດພູສາມຍອດ.

ສ່ວນທິດທາງແຜນການໃນຕໍ່ໜ້າແມ່ນຈະໄດ້ສືບຕໍ່ກ້າເບ້ຍໄມ້ ແລະປູກໄມ້:

ກ້າແກ່ນໃຫ້ໄດ້ 2 ພັນກິໂລ, ກ້າເບ້ຍໄມ້ 3 ລ້ານເບ້ຍ, ປູກໄມ້ 200 ເຮັກຕາ, ເຄື່ອງປ່າຂອງດົງ 500 ເຮັກຕາ, ກຳນົດເຂດຟື້ນຟູປ່າໄມ້ທຳມະຊາດ 500 ເຮັກຕາ ແລະສືບຕໍ່ຕິດຕາມການກວດກາການອະນຸຍາດຂຸດຄົ້ນ, ໃບເຄື່ອນຍ້າຍໄມ້, ເຄື່ອງປ່າຂອງດົງປະເພດຕ່າງໆຕາມ ແຜນອະນຸມັດຂອງລັດຖະບານ ແລະ ຂອງແຂວງ.

ຂຽນໂດຍ: ອຸ້ມ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.