ທີ່ ດ່ານສາກົນບໍ່ເຕັນ ແຂວງຫຼວງ ນໍ້າທາ ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍ ແດນກົມໃຫຍ່ ເສນາທິການກອງທັບ ພ້ອມດ້ວຍຄະນະໄດ້ຕາງໜ້າໃຫ້ກະ ຊວງປ້ອງກັນປະເທດ ແຫ່ງ ສປປ ລາວ
ໄດ້ນໍາເອົາເຄື່ອງອຸປະກອນການແພດ, ເຊິ່ງເປັນນໍ້າຈິດນໍ້າໃຈຈາກກອງທັບ ກໍຄື ປະຊາຊົນລາວ ມາມອບໃຫ້ພີ່ ນ້ອງຊາວຈີນ ເພື່ອເປັນການຊ່ວຍເຫຼື່ອ, ແບ່ງເບົາຄວາມຫຍຸ້ງຍາກຮ່ວມພີ່ນ້ອງຊາວຈີນທີ່ໄດ້ຮັບຜົນກະທົບຈາກການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໄວຣັດ ໂຄໂຣນາ ຫຼື ໂຄວິດ 2019 ຢູ່ເມືອງອູຮັ້ນ, ມົນທົນຫູເປີຍ.
![](http://insidelaos.com/wp-content/uploads/2020/02/86277932_3465720363502871_6249554277585387520_o-1024x697.jpg)
ໂດຍການກ່າວຮັບຂອງ ສະຫາຍ ພົນໂທ ຫູ ຈູຈຸນ ຮອງຫົວໜ້າ ກອງບັນຊາການຕໍາຫຼວດ ແຂວງ ຢຸນນານ ແລະ ສະຫາຍ ພົນຕີ ຢວນ ຢາວຜິງ ຫົວໜ້າກອງບັນ ຊາການຕໍາຫຼວດລາດຕະເວນ ທາງນໍ້າແຂວງ ຢຸນນານ ສປ ຈີນ.
ແຫຼ່ງຂໍ້ມູນ: Lao people’s Army News