ຂໍຂອບໃຈນຳຜູ້ສະໜັບສະໜູນ

ສະຖານະການການແຜ່ລະບາດຂອງໄວຣັສໂຄວິດ-19 ຍັງຄົງດໍາເນີນຕໍ່ໄປ ເຊິ່ງເຮັດໃຫ້ຫຼາຍໆພາກສ່ວນປະເມີນໄດ້ຍາກວ່າຈະຫຼຸດລົງມື້ໃດ ເພາະຕົວເລກຂອງຜູ້ຕິດເຊື້ອຍັງເພີ່ມຂຶ້ນເລື້ອຍໆ ເຊິ່ງມັນໄດ້ສົ່ງຜົນກະທົບຕໍ່ເສດຖະກິດເປັນວົງກວ້າງ ໂດຍສະເພາະດ້ານການທ່ອງທ່ຽວ ເພາະນັກທ່ອງທ່ຽວຖືວ່າເປັນກົງຈັກສໍາຄັນໃນກະຕຸ້ນລາຍຮັບຈາກການທ່ອງທ່ຽວໃຫ້ກັບຫຼາຍໆປະເທດ,ໜຶ່ງໃນນັ້ນກໍ່ຄືປະເທດລາວເຮົາ

ຮູບພາບ ວັນທີ 15 ກຸມພາ 2020 ທີ່ ເມືອງວັງວຽງ

ວັງວຽງ ຖືໄດ້ວ່າເປັນເມືອງທ່ອງທ່ຽວທີ່ສໍາຄັນ ທີ່ນັກທ່ອງທ່ຽວຊາວຈີນ ແລະ ເກົາຫຼີ ນິຍົມມາທ່ຽວຫຼາຍທີ່ສຸດ, ແຕ່ເນື່ອງຈາກວ່າມີການລະບາດຂອງໄວຣັສໂຄວິດ-19 ຢູ່ເມືອງອູ່ຮັ່ນ ປະເທດຈີນ ແລະ ແຜ່ລະບາດໄປໃນຫຼາຍໆປະເທດທົ່ວໂລກ ສົ່ງຜົນກະທົບໂດຍກົງໃຫ້ກັບເມືອງທ່ອງທ່ຽວແຫ່ງນີ້

ຮູບພາບ ວັນທີ 15 ກຸມພາ 2020 ທີ່ ເມືອງວັງວຽງ

ນາງ ມາລີນາ ພະນັກງານໂຮງແຮມຊື່ດັງແຫ່ງໜຶ່ງໃນເມືອງວັງວຽງໃຫ້ສໍາພາດວ່າ: ປະຈຸບັນ ນັກທ່ອງທ່ຽວຫຼຸດລົງຫຼາຍ ໂດຍສະເພາະນັກທ່ອງທ່ຽວຈາກປະເທດຈີນ ແລະ ເກົາຫຼີ, ນອກຈາກນີ້ ນັກທ່ອງທ່ຽວທີ່ຈອງຫ້ອງພັກໄວ້ ກໍ່ໄດ້ມີການຍົກເລີກຫ້ອງພັກທີ່ຈອງໄວ້, ແຕ່ຫຼັງຈາກມີການລະບາດຂອງໄວຣັສໂຄວິດ-19 ທາງໂຮງແຮມກໍ່ໄດ້ມີການຈັດໂປຣໂມຊັ່ນ ຫຼຸດ 25% ຖ້າຈອງຕັ້ງແຕ່ມື້ນີ້ ຫາ ທ້າຍເດືອນກຸມພານີ້.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ນາງ ວິມົນລັກ ພະນັກງານໂຮງງາມອີກແຫ່ງໜຶ່ງ ໄດ້ໃຫ້ຂໍ້ມູນວ່າ: ຫຼັງຈາກເກີດການລະບາດຂອງໄວຣັສໂຄວິດ-19 ໄດ້ສົ່ງຜົນກະທົບກັບການທ່ອງທ່ຽວໃນເມືອງວັງວຽງຫຼາຍ ເພາະນັກທ່ອງທ່ຽວຫຼຸດລົງເປັນຈໍານວນຫຼາຍ ທັງນັກທ່ອງທ່ຽວຈາກປະເທດຈີນ ແລະ ນັກທ່ອງທ່ຽວຈາກປະເທດເກົາຫຼີ, ແຕ່ທາງໂຮງແຮມຂອງພວກເຮົາກໍ່ມີມາດຕະການ ໃນການປ້ອງກັນຢ່າງເຂັ້ມງວດ

ຮູບພາບ ວັນທີ 15 ກຸມພາ 2020 ທີ່ ເມືອງວັງວຽງ

ແນວໃດກໍ່ດີ, ເມືອງວັງວຽງຍັງຄົງສ້າງສີສັນໃຫ້ບັນຍາກາດການທ່ອງທ່ຽວ ເພາະຍັງຄົງມີນັກທ່ອງທ່ຽວຈາກເອີຣົບ ແລະ ອີກຫຼາຍໆປະເທດ ເດີນທາງມາພັກຜ່ອນໃນເມືອງແຫ່ງນີ້ ທ່າມກາງການເຝົ້າລະວັງຂອງຫຼາຍໆພາກສ່ວນ ເພື່ອສ້າງຄວາມໝັ້ນໃຈໃຫ້ກັບນັກທ່ອງທ່ຽວ ແລະ ຜ່ານວິກີດນີ້ໄປໄດ້ດ້ວຍດີ.

Hits: 10

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້