ຂໍຂອບໃຈນຳຜູ້ສະໜັບສະໜູນ

ອະນຸວັດ ເຟື່ອງທອງແດງ ຫຼື ຫຼາຍໆຄົນຮູ້ຈັກໃນນາມ ອະນຸວັດ ຈັດໃຫ້  ຜູ້ປະກາດຂ່າວ ແລະ ພິທີກອນທາງສະຖານີ ຊ່ອງ 7 HD (ປະເທດໄທ) ທີ່ເຮົາຈະມັກເຫັນອະນຸວັດ ໄປທ່ອງທ່ຽວໃນສະຖານທີແປກໆ ຄົ້ນຫາເລື່ອງແປກໆ ມານໍາສະເໜີ ທັງພາຍໃນປະເທດໄທ ແລະ ປະເທດລາວບາງຄັ້ງແລະ ບາງສະຖານທີ່ກໍ່ໂຫດຈົນໃຈສັ່ນ ແຕ່ກໍ່ຖືກໃຈຜູ້ເບິ່ງຈົນຂຶ້ນແທ່ນເປັນນັກຂ່າວຂາລຸຍຂວັນໃຈປະຊາຊົນ

ລ່າສຸດ ອະນຸວັດ ໄດ້ມາສຳພັດຄວາມຫວາດສຽວ ໂຫນສະລິງ ປີນຜາ ທ້າຄວາມສູງ ຊົມວິວ  ທີ່ພູຜາມານ (The Rock Viewpoint) ແຂວງຄໍາມ່ວນ ສປປ ລາວ, ພ້ອມກັນນີ້ ອະນຸວັດ ຍັງໄດ້ໂພສຮູບລົງໃນໄອເຈີ ສ່ວນຕົວ ພ້ອມກັບແຄັບຊັ່ນວ່າ ວິວງາມໆ ກາເຟຈັກຈອກ, ສໍາລັບລາຍການ ອະນຸວັດ ຈັດໃຫ້ ຈະຖືກເຜີຍແຜ່ອອກມາມື້ໃດນັ້ນ ຖ້າຕິດຕາມນໍາກັນເດີ້ເຈົ້າ.

Photo: Inthy Deuansavanh
Photo: Inthy Deuansavanh
Photo: Inthy Deuansavanh

Hits: 39

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້