ງານຕະຫຼາດນັດວາງສະແດງຂາຍສິນຄ້າ ໃນງານມະຫະກໍາບຸນຊ້າງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 18 ກຸມພາ 2020 ນີ້ ຢູ່ທີ່ສະໜາມຫຼວງ ແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ ຮອງເຈົ້າແຂວງໄຊຍະບູລີ, ມີການນໍາຂອງແຂວງ, ຂອງເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ຫົວໜ້າ, ຮອງຫົວໜ້າຫ້ອງການການຄ້າ 11 ເມືອງ ພ້ອມດ້ວຍນັກທຸລະກິດຜູ້ປະກອບການຊາວຄ້າຂາຍທັງພາຍໃນ ແລະ ຕ່າງປະເທດຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າແຂວງ ໄດ້ກ່າວເປີດງານຕະຫຼາດນັດ ແລະ ວາງຈໍາໜ່າຍສິນຄ້າໃນງານມະຫະກໍາບຸນຊ້າງປະຈໍາປີ 2020 ເຊິ່ງຈະໄດ້ສ້າງເງື່ອນໄຂເອື້ອອໍານວຍ ແລະ ສົ່ງເສີມຜູ້ປະກອບການທຸລະກິດຜູ້ຜະລິດສິນຄ້າຢູ່ແຕ່ລະທ້ອງຖິ່ນພາຍໃນ ແລະ ຕ່າງປະເທດໄດ້ມີໂອກາດພົບປະແລກປ່ຽນບົດຮຽນໃນການຊື້-ຂາຍສິນຄ້າທີ່ຕົນຜະລິດອອກມາໃຫ້ມີການຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ. ສ້າງໂອກາດໃຫ້ຫົວໜ່ວຍທຸລະກິດຕ່າງໆໄດ້ໂຄສະນາ ແລະ ແນະນໍາສິນຄ້າທີ່ຕົນໄດ້ຜະລິດຂຶ້ນມາໃຫ້ສັງຄົມກໍຄືຜູ້ບໍລິໂພກໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜະລິດຕະພັນຕົນເອງໃຫ້ກວ້າງຂວາງ

ການຈັດງານໃນຄັ້ງນີ້ໄດ້ມີຮ້ານວາງສະແດງຂາຍສິນຄ້າຜົນຜະລິດທາງດ້ານກະຊິກໍາ, ຫັດຖະກໍາ ແລະ ອຸດສາຫະກໍາປຸງແຕ່ງທີ່ເປັນທ່າແຮງ ແລະ ຜົນງານຂອງບັນດາເມືອງ 11 ເມືອງໃນທົ່ວແຂວງໄຊຍະບູລີ ພ້ອມນີ້ຍັງມີສິນຄ້ານະວັດຕະກໍາ ທີ່ຕິດພັນທາງດ້ານວິຊາການຂອງບາງພະແນກການມູນນິທິ. ຫົວໜ່ວຍທຸລະກິດຂອງພາກລັດເອກະຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ຕົວແທນຊາວບ້ານຈໍານວນ 132 ຮ້ານ ເຊິ່ງມີມູນຄ່າສິນຄ້າທັງໝົດ 4 ຕື້ກ່ວາກີບ ໃນນີ້ຮ້ານພາຍໃນ 20 ຮ້ານ ຕ່າງປະເທດ 68 ຮ້ານ ຈາກປະເທດໄທ 10 ຮ້ານ ໃນນີ້ສິນຄ້າໂອດອບ ຈັງຫວັດນ່ານ 1 ຮ້ານ, ຈາກປະເທດຈີນ 2 ຮ້ານ, ເຄື່ອງຫັດຖະກໍາ 15 ຮ້ານ ຈາກ 11 ເມືອງ ໃນນີ້ສິນຄ້າໂອດອບ ຈໍານວນ 10 ຫົວໜ່ວຍ, ພະແນກການພາຍໃນແຂວງມີ 5 ຮ້ານ, ມາຈາກຕ່າງແຂວງ 12 ຮ້ານ.

ງານຕະຫຼາດນັດຄັ້ງນີ້ຈະກາຍເປັນການປະກອບສ່ວນທີ່ສໍາຄັນໃນການຊຸກຍູ້ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME) ພາຍໃນແຂວງໄດ້ມີການຂະຫຍາຍຕົວ ແລະ ປັບປຸງຕົວເອງທາງດ້ານປະລິມານແລະຄຸນນະພາບ ສາມາດດໍາເນີນທຸລະກິດໄປຕາມກົນໄກເສດຖະກິດຕະຫຼາດພ້ອມນີ້ຍັງເປີດໂອກາດໃຫ້ບັນດາຫົວໜ່ວຍທຸລະກິດ (SME) ໄດ້ມີໂອກາດແລກປ່ຽນປຶກສາຫາລືເຊິ່ງກັນ ແລະ ກັນ. ໃນການເຂົ້າເຖິງແຫຼ່ງທຶນຕ່າງໆ ໃນຊຸມປີຜ່ານມາປະກອບການທຸລະກິດຕ່າງໆ (SME) ພາຍໃນແຂວງໄຊຍະບູລີໄດ້ມີການຂະຫຍາຍຕົວຂຶ້ນເລື້ອຍໆ ເຊິ່ງເປັນການປະກອບສ່ວນສ້າງວຽກເຮັດງານທໍາ ສ້າງອາຊີບໃຫ້ປະຊາຊົນຈໍານວນບໍ່ໜ້ອຍສາມາດຫຼຸດຜ່ອນການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນເທື່ອລະກ້າວ. ຈາກນັ້ນ ທ່ານ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ ຮອງເຈົ້າແຂວງໄຊຍະບູລີ ພ້ອມດ້ວຍການນໍາຂອງແຂວງໄດ້ຮ່ວມກັນຕັດແຖບຜ້າເປີດງານຕະຫຼາດນັດຢ່າງເປັນທາງການ. ງານດັ່ງກ່າວຈະໄດ້ເປີດຂາຍໄປຮອດວັນທີ 28 ກຸມພາຈະສໍາເລັດ.

ຂໍ້ມູນ ແລະ ຮູບພາບ: ມິເດຍລາວ
Hits: 6