ຂໍຂອບໃຈນຳຜູ້ສະໜັບສະໜູນ

ບ້ານ ຜາຮອມ ເມືອງວັງວຽງ ແຂວງວຽງຈັນ ເປັນບ້ານນ້ອຍໆ ຫ່າງຈາກຕົວເມືອງວັງວຽງ ປະມານ 30 ກີໂລແມັດ. ໃຜທີ່ເດີນທາງໄປຫຼວງພະບາງ ຈາກເມືອງວັງວຽງ ກໍຈະຕ້ອງໄດ້ເຫັນບ້ານຜາຮອມແນ່ນອນ. ຈຸດເດັ່ນຂອງຜາຮອມນີ້ແມ່ນຈະມີຮ້ານຂາຍເຄື່ອງປ່າ ແລະ ສອງຂ້າງທາງກໍ່ຈະມີພູຜາສູງໃຫ່ຍ

ນອກຈາກນີ້, ຍັງເປັນແຫຼ່ງຕະຫຼາດຂາຍເຄື່ອງຝາກຂອງຕ້ອນ ທີ່ແຂກໄປໄທມາກໍ່ຈະຕ້ອງໄດ້ແວ່ ແລະ ສິນຄ້າທີ່ຂຶ້ນຊື່ຂອງຜາຮອມແມ່ນ “ປູຫິນ” ທີ່ຖືວ່າເປັນຈຸດເດັ່ນອີກໜຶ່ງຢ່າງ ຂອງຜາຮອມເລີຍກໍ່ວ່າໄດ້. ຖ້າເຮົາບໍ່ຢາກຖືປູສົດໆກັບບ້ານ ເຮົາກໍາສາມາດຊື້ໄປໃຫ້ຮ້ານອາຫານທີ່ຢູ່ຜາຮອມແຕ່ງໃຫ້ກິນໄດ້ເມນູທີ່ນິຍົມແມ່ນ “ປູຫິນຜັດຜົງກະລີ”

ແລະຍັງສາມາດສໍາພັດວິຖີຊີວິດຂອງຊາວບ້ານໄດ້ ເພາະປະຊາຊົນທີ່ຢູ່ໃນເຂດນີ້ ຍັງດໍາລົງຊີວິດແບບລຽບງ່າຍ ທັງການເຮັດນາ, ເຮັດສວນ, ລ້ຽງເປັດ, ລ້ຽງໄກ່ ແລະ ຫາເຄື່ອງປ່າຂອງດົງ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສໍາລັບໃຜທີ່ກຳລັງມີແຜນຈະໄປທ່ຽວວັງວຽງ ກໍ່ຢ່າລືມຂັບລົດກາຍວັງວຽງໄປອີກໜ່ອຍໜຶ່ງ ເພື່ອສໍາພັດກັບບັນຍາກາດທີ່ແຕກຕ່າງອອກໄປ ຫຼື ຈະໄປກິນປູຫິນຜັດຜົງກະລີກໍ່ໄດ້ເຊັ່ນກັນ.

Hits: 51

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້