ຂໍຂອບໃຈນຳຜູ້ສະໜັບສະໜູນ

ວັນທີ 19 ກຸມພາ 2020, ທີ່ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນ ເທນໍ້າງື່ມ 1 (PDA) ລະຫວ່າງ ທ່ານນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຈັນທະໜອມ ວົງສົມຈິດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງໄຊສົມບູນ , ກັບ ທ່ານ ລີ ຊັດ ປະທານບໍລິສັດ Hangzhou Safefound Technology Co.,Ltd (ຈີນ) ແລະ ທ່ານ ແສງທອງພະຈັນ ສີວົງໄຊ ອໍານວຍການ ບໍລິສັດ ລາວ ພີພີເອ ທີ່ປຶກສາບັນຊີ ແລະ ກວດສອບຈຳກັດ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການພະລັງງານໄຟຟ້າແສງຕາເວັນເທິງໜ້ານ້ຳງື່ມ 1 ເປັນໂຄງການຮ່ວມມືລະຫວ່າງລັດຖະບານລາວຖືຮຸ້ນ 20% ແລະ ເອກະຊົນ 80% ໃນໄລຍະເວລາສໍາປະທານ 25 ປີ, ມີກຳລັງການຕິດຕັ້ງ 1.200 MW ໃນເນື້ອທີ່ທັງໝົດເກືອບ 1.500 ເຮັກຕາ, ໂດຍການກໍ່ສ້າງຈະແບ່ງອອກເປັນແຕ່ລະໄລຍະອີງຕາມການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມຕ້ອງການຂອງຕະຫລາດ, ໄລຍະທຳອິດ 300 MW ຈະເລີ່ມໃນທ້າຍປີ 2020-2023 ສາມາດຜະລິດພະລັງງານ 37.852,86 Gwh/ປີ ແລະ 3.154,41 Gwh/ເດືອນ ແລະ 900 MW ນັບແຕ່ປີ 2023-2026, ການກໍ່ສ້າງສາຍສົ່ງ 115/230 KV ມີຄວາມຍາວປະມານ 40 ກິໂລແມັດ ຈາກທີ່ຕັ້ງຂອງໂຄງການ ເຖິງ ສະຖານີໄຟຟ້າແສງສະຫວ່າງ.

ທີ່ມາ: ຂ່າວສານປະເທດລາວ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 32

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້