ຂໍຂອບໃຈນຳຜູ້ສະໜັບສະໜູນ

ວັນທີ 19 ກຸມພາ 2020, ທີ່ ແຂວງໄຊຍະບູລີ ໄດ້ຈັດຂະບວນແຫ່ຊ້າງເຜືອກເຂົ້າເມືອງ, ນອກຈາກນີ້ແລ້ວ ພາຍໃນງານມະຫະກໍາບຸນຊ້າງປີ 2020 ຍັງຈະມີການສະແດງກິດຈະກໍາຂອງຊ້າງຄໍາຮູ້. ໂດຍຊ້າງແຕ່ລະໂຕແມ່ນໄດ້ຮັບການຝຶກຊ້ອມ ມາແຕ່ເດືອນມັງກອນ 2020 ມາຮອດປະຈຸບັນແມ່ນມີຄວາມພ້ອມ 100%

ການສະແດງຊ້າງຄໍາຮູ້ມີທັງໝົດ 30 ລາຍການ, ມີຊ້າງຄໍາຮູ້ສະແດງທັງໝົດ 22 ໂຕເຊັ່ນ: ການສະແດງຊ້າງມອບຊໍ່ດອກໄມ້ ມີຊ້າງ 7 ໂຕ, ການສະແດງຊ້າງຊັກທຸງຂຶ້ນເສົາ ມີຊ້າງ 1 ໂຕ, ການສະແດງຊ້າງຂໍ່ານັບແຂກ+ທ່າປະຕິບັດການຂຶ້ນ-ລົງຊ້າງ, ການສະແດງຊ້າງຢືນຍົກ 2 ຂາໜ້າ ມີຊ້າງ 4 ໂຕ, ການສະແດງຊ້າງນັ່ງຍົກ 2 ຂາໜ້າ ມີຊ້າງ 4 ໂຕ, ການສະແດງຊ້າງຕັ້ງຫົວຜັກທຽມ ມີຊ້າງ 3 ໂຕ, ການສະແດງຊ້າງຕໍ່ໂຕ ມີຊ້າງ 4 ໂຕ, ການສະແດງຊ້າງຢືນປິ່ນໜ້າ ແລະ ປິ່ນຫຼັງ ຍົກ 2 ຂາໜ້າເປັນ 3 ເສົາ ມີຊ້າງ 3 ໂຕ, ການສະແດງຊ້າງໃສ່ໝວກໃຫ້ຄົນ ມີຊ້າງ 2 ໂຕ, ການສະແດງຊ້າງຍ່າງຂ້າມຄົນ ມີຊ້າງ 2 ໂຕ, ການສະແດງຊ້າງນວດໃຫ້ຄົນ ມີຊ້າງ 3 ໂຕ, ການສະແດງຊ້າງແກວ່ງບ້ວງ ມີຊ້າງ 4 ໂຕ, ຊ້າງຟ້ອນລໍາວົງ ມີຊ້າງ 5 ໂຕ, ຊ້າງດຶງເຊືອກກັບຄົນ ມີຊ້າງ 1 ໂຕ, ຊ້າງແຕ້ມຮູບ ມີຊ້າງ 2 ໂຕ, ຊ້າງຈັບງວງໃຫ້ຄົນນັ່ງ ມີຊ້າງ 2 ໂຕ, ຊ້າງອູ້ມຄົນ ມີຊ້າງ 1 ໂຕ, ຄົນນັ່ງງວງຊ້າງ ມີຊ້າງ 1 ໂຕ, ຊ້າງຊັດໝາກປູມເປົ້າ ມີຊ້າງ 4 ໂຕ, ຊ້າງໂຍນບານບ້ວງ ມີຊ້າງ 5 ໂຕ, ຊ້າງຜູ່ນໍ້າ ມີຊ້າງ 3 ໂຕ, ຊ້າງຈັບໄມ້ແລ່ນແຂ່ງກັນ ມີຊ້າງ 6 ໂຕ, ຊ້າງໃຫຍ່ແລ່ນແຂ່ງກັນ ມີ 8 ໂຕ, ຊ້າງນ້ອຍແລ່ນແຂ່ງກັນ ມີ 4 ໂຕ, ຊ້າງຍູ້ລໍ້ຄົນນັ່ງເປົ່າແຄນ ມີຊ້າງ 2 ໂຕ, ຊ້າງກິ້ງຟຸຍ ມີຊ້າງ 3 ໂຕ, ຊ້າງຈັບກະຕ່າເກັບຂີ້ເຫຍື້ອຮັກສາສິ່ງແວດລ້ອມ ມີຊ້າງ 6 ໂຕ, ຊ້າງແຕະບານ, ຊ້າງຢືນໃຫ້ແຂກຍ່າງລອດກ້ອງຄາງ ແລະ ກິດຈະກໍາອື່ນໆອີກ.

ແຕ່ລະກິດຈະກໍາທີ່ກ່າວມານັ້ນ ແມ່ນຈະໄດ້ສະແດງໃນງານມະຫະກໍາບຸນຊ້າງ ເລີ່ມແຕ່ວັນທີ 22-28 ກຸມພາ 2020 ໃນແຕ່ລະມື້ກໍ່ຈະໄດ້ສະແດງຊ້າງຄໍາຮູ້ໃຫ້ບັນດາແຂກພາຍໃນ ແລະ ຕ່າງປະເທດທີ່ມາທ່ຽວຊົມໃນງານມະຫະກໍາບຸນຊ້າງ ຄັ້ງທີ 14 ທີ່ແຂວງໄຊຍະບູລີ ໄດ້ຮັບຊົມ ແລະ ທ່ານມາໃນງານນີ້ ແລ້ວບັນດາທ່ານຈະມີຄວາມເບີກບານມ່ວນຊື່ນ ຈັບອົກຈັບໃຈ ບໍ່ເຄີຍເຫັນມາກ່ອນທີ່ຊ້າງມີຄວາມສາມາດເຮັດໄດ້ ເກືອບທຸກສິ່ງຢ່າງໃນຈໍານວນສັດທີ່ໃຫຍ່ ແລະ ມີຄວາມສະຫຼາດ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂໍຂອບໃຈຮູບພາບງາມໆຈາກ: ເພສ Yark Thaiy

Hits: 1

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້