ນໍ້າຕົກຕາດແກ້ງຍຸຍ ຕັ້ງຢູ່ບ້ານ ນາດ້ວງ ເມືອງວັງວຽງ ແຂວງ ວຽງຈັນ ຫ່າງຈາກຕົວເມືອງປະມານ 7 ກິໂລແມັດ. ເຊິ່ງເປັນຈຸດຫມາຍປາຍທາງຂອງນັກທ່ອງທຽ່ວທັງພາຍໃນ ແລະ ຕ່າງປະເທດ, ນ້ຳຕົກມີຄວາມສູງປະມານ 30 ແມັດ, ເປັນສະຖານທີ່ທ່ອງທຽ່ວດ້ານທຳມະຊາດ ນ້ຳໄສ ແລະ ມີອ່າງນ້ຳສຳລັບລອຍນ້ຳ, ອ້ອມຮອບອ່າງປົກຫຸ້ມເຕັມໄປດ້ວຍຕົ້ນໄມ້ ແລະ ພຶດພັນທັນຍາຫານນາໆຊະນິດ ເໝາະແກ່ການກີນເຂົ້າປ່າ, ນັ່ງຟັງສຽງຂອງນ້ຳຕົກ, ສຽງນົກ ແລະ ຍ່າງເພື່ອທ່ຽວຊົມທຳມະຊາດ

ນ້ຳຕົກຕາດແກ້ງຍຸຍເປັນແຫຼ່ງທ່ອງທຽ່ວແບບປະຊາຊົນມີສ່ວນຮ່ວມ ເປີດບໍລິການມາແລ້ວຫຼາຍກວ່າ 10 ປີ, ເປັນເຂດສີຂຽວອ້ອມຮອບດ້ວຍຕົ້ນໄມ້ນ້ອຍໃຫ່ຍ ແລະ ພຶດຜັກນາໆຊະນິດ, ເນັ້ນຮັກສາທຳມະຊາດ ສິ່ງສຳຄັນແມ່ນເນັ້ນຄວາມສະອາດ.

ນ້ຳຕົກຕາດແກ້ງຍຸຍແມ່ນເປີດທຸກໆມື້ ຄ່າເຂົ້າສູ່ເຂດນໍ້າຕົກ 10 000 ກີບ/ຄົນ

Hits: 41