Sunday, November 9, 2025
Kbank Laos โอน รับ จ่าย

ຫຼວງນ້ຳທາ ຈະກາຍເປັນສູນກາງການຂົນສົ່ງແຫ່ງໃໝ່ໃນຂົງເຂດພາກພື້ນ

ແຂວງຫຼວງນໍ້າທາ ເຊິ່ງຕັ້ງຢູ່ທາງພາກເໜືອ ຂອງປະເທດລາວ ກຽມພ້ອມທີ່ ຈະກາຍເປັນສູນກາງ ການຂົນສົ່ງໃນ ຂົງເຂດພາກພື້ນ ແລະ ການລົງທືນໃນ ຂະແໜງທ່າເຮືອບົກ ໂດຍໝູນໃຊ້ທີ່ຕັ້ງ ຍຸດທະສາດຂອງແຂວງ. ແຂວງດັ່ງກ່າວຄາດວ່າ ຈະເປັນສະຖານທີ່ສຳຄັນ ທາງດ້ານສູນການຄ້າສາກົນ ສຳລັບປະເທດ ພາຍຫລັງສຳເລັດ ການກໍ່ສ້າງເສັ້ນທາງລົດໄຟ 414 ກິໂລແມັດ ຈາກປະເທດຈີນ ເຂົ້າມາປະເທດລາວ ຢູ່ດ່ານຊາຍແດນບໍ່ເຕັນ.

ແຂວງຫຼວງນໍ້າທາ ເຊິ່ງຕັ້ງຢູ່ທາງພາກເໜືອ ຂອງປະເທດລາວ ກຽມພ້ອມທີ່ ຈະກາຍເປັນສູນກາງ ການຂົນສົ່ງໃນ ຂົງເຂດພາກພື້ນ ແລະ ການລົງທືນໃນ ຂະແໜງທ່າເຮືອບົກ ໂດຍໝູນໃຊ້ທີ່ຕັ້ງ ຍຸດທະສາດຂອງແຂວງ. ແຂວງດັ່ງກ່າວຄາດວ່າ ຈະເປັນສະຖານທີ່ສຳຄັນ ທາງດ້ານສູນການຄ້າສາກົນ ສຳລັບປະເທດ ພາຍຫລັງສຳເລັດ ການກໍ່ສ້າງເສັ້ນທາງລົດໄຟ 414 ກິໂລແມັດ ຈາກປະເທດຈີນ ເຂົ້າມາປະເທດລາວ ຢູ່ດ່ານຊາຍແດນບໍ່ເຕັນ.

ໃນນັ້ນ, ໂຄງການມີມູນຄ່າເຖິງ 5,986 ຕື້ໂດລາສະຫະລັດ ໂດຍເລີ່ມກໍ່ສ້າງນັບແຕ່ຕົ້ນໃນປີ 2015 ແລະ ກໍານົດໃຫ້ ສຳເລັດພາຍໃນທ້າຍປີ 2021.

ທ່ານບຸນສົງ ແກ້ວມະນີວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳແຂວງຫຼວງນ້ຳທາ, ກ່າວວ່າ:

ທາງລົດໄຟດັ່ງກ່າວແມ່ນສ່ວນໜຶ່ງທີ່ຢູ່ພາຍໃຕ້ໂຄງການທາງລົດໄຟຄຸນໝິງ – ສິງກະໂປ, ເຊິ່ງເຊື່ອມຕໍ່ເມືອງຄຸນໝິງຂອງປະເທດຈີນ ກັບ ປະເທດສິງກະໂປຜ່ານທາງປະເທດລາວ, ປະເທດໄທ ແລະ ປະເທດມາເລເຊຍ. ແຂວງຫຼວງນໍ້າທາ ຈະເປັນສ່ວນໜຶ່ງຂອງແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ໂດຍເລີ່ມແຕ່ປະເທດມຽນມາໄປຫາປະເທດຫວຽດນາມ ແລະ ລະຫວ່າງປະເທດໄທ ກັບ ປະເທດຫວຽດນາມ ເຮັດໃຫ້ການເດີນທາງແມ່ນໃຊ້ເວລາພຽງບໍ່ເທົ່າໃດຊົ່ວໂມງ.

ທ່ານຍັງກ່າວວ່າ: “ໂຄງການດັ່ງກ່າວແມ່ນແທດເໝາະແກ່ການການລົງທືນ ເພື່ອສະໜອງການບໍລິການໃຫ້ແກ່ນັກທ່ອງທ່ຽວຈາກບັນດາປະເທດເຫຼົ່ານີ້

ໃນປີ 2019, ນັກທ່ອງທ່ຽວຫຼາຍກ່ວາ 743,000 ຄົນໄດ້ໄປຢ້ຽມຢາມແຂວງດັ່ງກ່າວ ຜ່ານທາງແຂວງບໍ່ເຕັນຂ້າມຊາຍແດນລາວ – ຈີນ. ໃນນັ້ນ,​ ເສດຖະກິດຂອງປະເທດລາວໄດ້ຂະຫຍາຍໂຕ 8.8 ສ່ວນຮ້ອຍ, ລວມຍອດລາຍຮັບ GDP ຕໍ່ຫົວຄົນແມ່ນປະມານ 1,700 ໂດລາສະຫະລັດ.

ແຫຼ່ງຂໍ້ມູນ: ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.