ຂໍຂອບໃຈນຳຜູ້ສະໜັບສະໜູນ

ສຳ­ລັບຜູ້ຊາຍການທີ່ຈະບຳລຸງຕົວເອງໃຫ້ດູດີ ຕະ­ຫຼອດເວ­ລານັ້ນຄິດວ່າ ເປັນເລື່ອງຍາກຊຶ່ງການອອກ­ກຳ­ລັງກາຍຢ່າງດຽວອາດຈະບໍ່ພຽງ­ພໍເພາະ ການກິນອາ­ຫານກໍເປັນເລື່ອງທີ່ສຳ­ຄັນຄືກັນແຕ່ບາງ­ທີເຮົາອາດຈະລະ ເລີຍການກິນອາ­ຫານໄປນຳອາດຈະເຮັດໃຫ້ໄດ້ຮັບສານອາ­ຫານແລະວິ­ຕາ­ມິນ ບໍ່ຄົບແລະພຽງ­ພໍຕໍ່ຮ່າງ­ກາຍນັ້ນເອງເຮົາຈຶ່ງໄດ້ລວບລວມວິ­ຕາ­ມິນ ຫຼັກໆ 5 ຊະ­ນິດທີ່ສຳ­ຄັນຕໍ່ຜູ້ຊາຍມານຳສະ­ເໜີໃຫ້ເພື່ອນໆໄດ້ສຶກ­ສາເພື່ອ ຈະຮັກ­ສາສຸ­ຂະ­ພາບໃຫ້ແຂງ­ແຮງ

ວິ­ຕາ­ມິນຊີ (Vitamin C)
ຈາກຂໍ້ມູນທາງສະຖິຕິເຫັນວ່າສຸ­ພາບບຸລຸດຈະປ່ວຍເປັນພະ­ຍາດເກົາ ຫຼາຍກວ່າສຸ­ພາບສະ­ຕີຊຶ່ງໃນວິ­ຕາ­ມິນຊີສາ­ມາດປ້ອງກັນການເກີດພະ­ຍາດ ເກົາໄດ້ແຫຼ່ງຂອງວິ­ຕາ­ມິນຊີຫາໄດ້ຈາກຜັກແລະໝາກໄມ້ສະຕໍເບີ ຣີ,ໝາກເລັ່ນ,ກະຫຼໍ່າດອກ,ກ້ວຍ,ບ໋ອກໂຄລີ
ວິ­ຕາ­ມິນອີ (Vitamin E)
ມີສ່ວນໃນການຊ່ວຍປ້ອງກັນບໍ່ໃຫ້ໜຸ່ມໆເປັນມະເຣັງຕ່ອມລູກໝາກ ນອກ­ຈາກນີ້ຍັງຊ່ວຍປ້ອງກັນການເປັນໝັນໄດ້ອີກດ້ວຍແຫຼ່ງຂອງ ວິ­ຕາ­ມິນອີຫາໄດ້ຈາກເຊັ່ນມັນເທດ,ອາໂວຄາໂດ
ແຮ່ທາດສັງ­ກະ­ສີ (Zinc)
ສານອາ­ຫານນີ້ຈະຊ່ວຍໃນການກະຕຸ້ນສຳ­ລັບການສ້າງຮໍໂມນທາງເພດ ຊາຍເນື່ອງຈາກສັງ­ກະ­ສີຈະຊ່ວຍໃນຂະບວນການຜະລິດສະເປິມແລະຍັງ ຊ່ວຍໃຫ້ຜູ້ຊາຍມີພະ­ລັງທາງເພດເພີ່ມຂຶ້ນນອກ­ຈາກນີ້ແຮ່ທາດ ສັງ­ກະ­ສີຍັງຊ່ວຍລຸດອາ­ການສິວອັກ­ເສບໄດ້ອີກດ້ວຍແຫຼ່ງຂອງແຮ່ ທາດສັງ­ກະ­ສີຫາໄດ້ຈາກ ເມັດໝາກອຶ,ກີວີ ດັງເຂົ້າ­ວີດ
ສານໄລໂຄປີນ (Lycopene)
ສານໄລໂຄປີນຈະຊ່ວຍເຮັດໃຫ້ຕົວສະເປິມມີຄວາມສົມ­ບູນແຂງ­ແຮງແລະ ຍັງຊ່ວຍປ້ອງກັນການເກີດພະ­ຍາດມະເຣັງໄດ້ທີ່ສຳ­ຄັນສານໄລໂຄປີນ ຍັງຊ່ວຍບຳລຸງຜິວໄດ້ດີອີກດ້ວຍແຫຼ່ງຂອງສານໄລໂຄປີນຫາໄດ້ຈາກ ຜັກຫມາກໄມ້ ແລະ ໝາກເລັ່ນ
ຊີລີນຽມ (Selenium)
ຊີລີນຽມມີສ່ວນຊ່ວຍບຳລຸງຮັກ­ສາຕ່ອມລູກໝາກຈຶ່ງສາ­ມາດປ້ອງກັນການ ເປັນພະ­ຍາດຕ່າງໆກ່ຽວກັບຕ່ອມລູກໝາກໄດ້ເປັນຢ່າງດີແຫຼ່ງຂອງຊີລີນຽ ມ­ຫາໄດ້ຈາກເມັດທານຕະເວັນ,ບ໋ອກໂຄລີ,ຖົ່ວ,ໝາກເລັ່ນ ເຫັດ,ກະທຽມແລະຫົວຫອມ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້