Monday, June 23, 2025
Kbank Laos โอน รับ จ่าย

ຊົມເຊີຍ! ຜູ້ກໍາກັບຍິງຄົນທໍາອິດຂອງລາວ ຄວ້າລາງວັນຜູ້ກຳກັບດີເດັ່ນ ຈາກເວທີລະດັບໂລກ

ມະລາວັນ ແມັດຕີ້ໂດ

ມະລາວັນ ແມັດຕີ້ໂດ ຜູ້ກໍາກັບຍິງ ຜູ້ພາຮູບເງົາລາວສູ່ເວທີລະດັບໂລກ ຈາກຮູບເງົາເລື່ອງ “ຈັນທະລີ” ແມ່ຍິງຄົນນີ້ທີ່ບອກວ່າ ໃຜກໍເປັນຜູ້ກໍາກັບໄດ້ ຂໍພຽງກ້າລົງມືເຮັດ, ບໍ່ຮຽນສ້າງຮູບເງົາແຕ່ເປັນຜູ້ກໍາກັບໄດ້ ເພາະຄວາມຮູ້ບໍ່ໄດ້ຢູ່ໃນໂຮງຮຽນ ແລະ ແມ່ຍິງຄົນນີ້ກໍຄືຄົນທີ່ບໍ່ຮູ້ຈັກຄໍາວ່າ “ຍາກ” ໃນການເຮັດວຽກ.

ຍ້ອນແນວນີ້ ຈຶ່ງເຮັດໃຫ້ແມັດຕີ້ໂດປະສົບຄວາມສໍາເລັດໄດ້ຄືທຸກມື້ນີ້ ກັັບຜົນງານທີ່ຜ່ານມາ ຢ່າງຮູບເງົາເລື່ອງ “ນ້ອງຮັກ” (Dearest Sister) ທີ່ອອກສາຍໃນເວທີລະດັບໂລກ ແລະ ຍັງຄວ້າລາງວັນມາແລ້ວຫຼາຍເວທີ ເຊິ່ງເປັນສິ່ງທີ່ຢັ້ງຢືນໄດ້ວ່າຜົນງານຂອງແມ່ຍິງຄົນນີ້ບໍ່ທໍາມະດາອີຫຼີ…

ພ້ອມກັນນັ້ນຍັງໄດ້ເຜີຍແຜ່ຮູບເງົາລາວສູ່ສາຍຕາເວທີລະດັບໂລກນໍາອີກ ເຊິ່ງສະແດງໃຫ້ເຫັນວ່າ ຮູບເງົາລາວກໍສາມາດກ້າວສູ່ເວທີລະດັບໂລກໄດ້ ! ແລະຫຼ້າສຸດ ຜູ້ກໍາກັບຍິງເກັ່ງຄົນນີ້ກໍໄດ້ສ້າງຜົນງານຮູບເງົາເລື່ອງໃຫມ່ນັ້ນກໍຄື “ບໍ່ມີວັນຈາກ The Long Walk “ ຮູບເງົາເລື່ອງນີ້ກໍເປັນອີກໜື່ງຮູບເງົາລາວທີ່ມີຄຸນະພາບ ແລະ ໄດ້ສາຍສູ່ເວທີລະດັບໂລກ ເຊັ່ນດຽວກັນ.

ເມື່ອບໍ່ດົນມານີ້ ແມັດຕີ້ໂດ ກໍໄດ້ມີຊື່ເຂົ້າຊີງລາງວັນ ຜູ້ກຳກັບດີເດັ່ນ ຈາກເວທີ ລະດັບໂລກນັ້ນກໍຄື The Boston SciFi Festival Awards ພ້ອມທັງມີນັກສ້າງຮູບເງົາຊື່ດັງຫຼາຍປະເທດທົ່ວໂລກເຂົ້າຊີງເຊັ່ນດຽວກັນ ແລະ ໃນທີ່ສຸດ ແມັດຕີ້ໂດ ກໍສາມາດຄວ້າລາງວັນ ສາຂາຜູ້ກຳກັບດີເດັ່ນ ຈາກຮູບເງົາເລື່ອງ “ບໍ່ມີວັນຈາກ The Long Walk “…

ແຫຼ່ງຂໍ້ມູນ: ວາລະສານຂວັນໃຈ, ຮູບພາບຈາກເຟສບຸກ: Mattie Do

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.