Saturday, January 25, 2025

ຫົວພັນ ຜະລິດເຂົ້າໄກ່ນ້ອຍຄຸນນະພາບ ໄດ້ 100 ກວ່າໂຕນ

ແຂວງຫົວພັນ ໄດ້ຮັບທຶນຊ່ວຍເຫຼືອຈາກອົງການພັດທະນາ ແລະ ການຮ່ວມມືແຫ່ງປະເທດສະວິດ ໂດຍຜ່ານໂຄງການພັດທະນາລະບົບນິເວດຊີວະນາໆພັນກະສິກຳ ມາໃນປີ 2019 ສາມາດຈັດຕັ້ງປະຕິບັດຢູ່ໃນ 2 ເມືອງ ໃນເນື້ອທີ່ 28 ເຮັກຕາ ສາມາດເກັບຜົນຜະລິດໄດ້ 100 ກວ່າໂຕນ.

ອີງຕາມບົດສະຫຼຸບໂຄງການພັດທະນາຕ່ອງໂສ້ການຜະລິດເຂົ້າໄກ່ນ້ອຍຢູ່ແຂວງຫົວພັນ ໃຫ້ຮູ້ວ່າ: ໂຄງການພັດທະນາຕ່ອງໂສ້ການຜະລິດເຂົ້າໄກ່ນ້ອຍຢູ່ແຂວງ ຫົວພັນ ໄດ້ຮັບການຈັດຕັ້ງປະຕິບັດມາແຕ່ປີ 2013 ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກອົງການພັດທະນາ ແລະ ການຮ່ວມມືແຫ່ງປະເທດສະວິດ ໂດຍຜ່ານໂຄງການພັດທະນາລະບົບນິເວດຊີວະນາໆພັນກະສິກຳ ( TABI )

ເຊິ່ງຈຸດປະສົງຂອງໂຄງການແມ່ນເພື່ອສ້າງເງື່ອນໄຂ ແລະ ຂະບວນການຂອງການຜະລິດເຂົ້າໄກ່ນ້ອຍໃຫ້ມີຄວາມບໍລິສຸດຄຸນນະພາບເມັດດີ, ໄດ້ມາດຕະຖານເມັດພັນຕາມລະບຽບການເພື່ອຕອບສະໜອງເມັດພັນທີ່ມີຄຸນນະພາບດີ ໄດ້ມາດຕະຖານໃຫ້ແກ່ການຜະລິດເຂົ້າໄກ່ນ້ອຍ, ເປັນການພັດທະນາທາງເລືອກເພີ່ມຄຸນນະພາບ ແລະ ມູນຄ່າຜົນຜະລິດເຂົ້າໄກ່ນ້ອຍ ເຊິ່ງໃນເບື້ອງຕົ້ນໄດ້ຈັດຕັ້ງປະຕິບັດຢູ່ໃນ 13 ບ້ານຂອງ 5 ເມືອງ ຄື: ເມືອງຊຳເໜືອ, ວຽງໄຊ, ຫົວເມືອງ, ເມືອງຮ້ຽມ ແລະ ເມືອງສົບເບົາ.

ຜ່ານການສຶກສາສຳຫຼວດເພື່ອຈໍາແນກຄວາມຫຼາກຫຼາຍຂອງແນວພັນເຂົ້າໄກ່ນ້ອຍພື້ນເມືອງຢູ່ແຂວງ ຫົວພັນ ຕາມ 46 ລັກສະນະ ສາມາດຈັດເປັນ 4 ກຸ່ມແນວພັນເຂົ້າ ຄື:

ເຂົ້າໄກ່ນ້ອຍເຫຼືອງ, ໄກ່ນ້ອຍແດງ, ໄກ່ນ້ອຍລາຍ, ເຂົ້າຄາຍຫອມ. ພ້ອມນີ້, ໄດ້ປັບປຸ່ງ ແລະ ຜະລິດເມັດພັນດີໃຊ້ແນວພັນສ້າງເມັດເຂົ້າບໍລິສຸດ, ສາມາດຂະຫຍາຍແນວພັນລຸ້ນ 1 ( R1 ), ລຸຸ້ນ 2 ( R2 ) ຮອດລຸ້ນ 3 ( R3 ), ຜ່ານການຈັດຕັ້ງປັບປຸງໂຄງການພັດທະນາຕ່ອງໂສ້ການຜະລິດແນວພັນເຂົ້າໄກ່ນ້ອຍ 5 ປີຜ່ານມາ ເຫັນວ່າ: ສາມາດສ້າງຄວາມເຂັ້ມແຂງ ແລະ ຄວາມສາມາດໃຫ້ວິຊາການ, ຊາວກະສິກອນເພື່ອດຳເນີນການຄັດເມັດພັນ ແລະ ການຜະລິດເມັດພັນເຂົ້າໄກ່ນ້ອຍ.

ສຳລັບປີ 2019 ຜ່ານມາ ໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດຢູ່ໃນ 2 ເມືອງ ຄື: ເມືອງວຽງໄຊ ຈຳນວນ 4 ບ້ານ ແລະ ເມືອງຊຳເໜືອ 5 ບ້ານ ໂດຍໄດ້ຮັບທຶນສະໜັບສະໜູນຈາກໂຄງການພັດທະນາລະບົບນິເວດຊີວະນາໆພັນກະສິກຳ ( TABI ) 3 ພັນໂດລາ ເພື່ອສົ່ງເສີມປູກແນວພັນເຂົ້າໄກ່ນ້ອຍໃນເນື້ອທີ່ 28 ເຮັກຕາ ເປັນເມັດພັນເຂົ້າໄກ່ນ້ອຍ R3 ແລະ ສາມາດເກັບກ່ຽວກັບຜົນຜະລິດໄດ້ 133 ໂຕນກວ່າ.

ກອງປະຊຸມສະຫຼຸບໂຄງການພັດທະນາຕ່ອງໂສ້ການຜະລິດເຂົ້າໄກ່ນ້ອຍຢູ່ແຂວງ ຫົວພັນ ໄດ້ຈັດຂຶ້ນໃນວັນທີ 24 ກຸມພານີ້ ທີ່ສູນນ້ຳຮັງ ພະແນກກະສິກຳ – ປ່າໄມ້ ແຂວງ ຫົວພັນ ໂດຍການເປັນປະທານຂອງ ທ່ານ ຄິນ ທຸມມາລາ ຮອງຫົວໜ້າພະແນກກະສິກຳ – ປ່າໄມ້. ເຂົ້າຮ່ວມມີ ທ່ານ ນາງ ບຸນມາ ເພັງພະຈັນ ຮອງຫົວໜ້າສູນຄົ້ນຄວ້າແນວພັນເຂົ້າ ກະຊວງກະສິກຳ – ປ່າໄມ້, ມີຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ, ການນຳເມືອງ ແລະ ຜູ້ຕາງໜ້າຈາກບ້ານ – ຄອບຄົວເປົ້າໝາຍຂອງໂຄງການເຂົ້າຮ່ວມນຳ.

ແຫຼ່ງຂໍ້ມູນ: ຂ່າວ: ງຸດ ວິໄລຄຳ, ເສດຖະກິດການຄ້າ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ