ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນວັນທີ 25 ກຸມພາ 2020 ຜ່ານມາ ທີ່ຫ້ອງຮັບແຂກ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ມີພີທີມອບເງິນຊ່ວຍເຫຼືອໃຫ້ກະຊວງປ້ອງກັນປະເທດແຫ່ງ ສປ ຈີນ ເພື່ອປະກອບສ່ວນເຂົ້າໃນການຊື້ອຸປະກອນການແພດ ແລະນໍາໃຊ້ເຂົ້າໃນວຽກງານການ​​ຕ້ານ ​ແລະ​ ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່​ ຫຼື​ ໂຄວິດ-19 ຢູ່ ສປ ຈີນ, ຕາງໜ້າມອບໂດຍ ທ່ານ ຄໍາມ່ວນ ເລືອງວັນຫຼ້າ ຮອງຫົວໜ້າຫ້ອງ ການ ກະຊວງປ້ອງກັນປະເທດລາວ ແລະ ຕາງໜ້າຮັບໂດຍທ່ານ ເສີນຢົງຈິ່ງ ທີ່ປຶກສາການ​ທະ​ຫານຈີນ ປະຈໍາລາວ, ໂດຍ​ເປັນ​ສັກ​ຂີ​ພິ​ຍານ​ຂອງ ທ່ານ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະທ່ານ ຈ່ຽງຈ່າຍຕົງ ເອກອັກຄະລັດຖະທູດຈີນປະຈໍາ ລາວ ພ້ອມດ້ວຍຄະນະນໍາທັງສອງຝ່າຍເຂົ້າຮ່ວມ.

ໃນການຊ່ວຍເຫຼືອຄັ້ງນີ້ ປະກອບດ້ວຍເງິນຈໍານວນ 2,6 ຕື້ກວ່າກີບເພື່ອຊ່ວຍເຫຼືອກະຊວງປ້ອງກັນປະເທດຈີນໃນການຊື້ອຸປະກອນການແພດ ແລະວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ COVID-19 ຢູ່ ສປ ຈີນ.

Cr: CRI

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້