
ເລີ່ມກັນແລ້ວ ສໍາລັບງານ Vientiane Motor Show 2020 ທີ່ຈັດຂື້ນທີ່ ສູນການຄ້າໄອເຕັກ ຕືກເກົ່າ ນອກຈາກລົດສຸດເທ້ຈາກຫຼາຍໆພາກສ່ວນແລ້ວ ອີກໜຶ່ງສີສັນຂອງງານກໍ່ແມ່ນບັນດາພິດຕີ້ ມື້ນີ້ອິນໄຊລາວເລີຍພາມາຮູ້ຈັກກັບອາຊີບພິດຕີ້ ທີ່ຍືນງາມໆແລ້ວ ຍັງຕ້ອງມີຫຍັງອີກ


ລີ້ຕ້າ ພິດຕີ້ ຟຣີແລນ ໃນງານ Vientiane Motor Show 2020 ໄດ້ເລົ່າໃຫ້ອິນໄຊລາວຟັງວ່າ: ທຸກມື້ນີ້ ຄວາມງາມຂອງຄົນເຮົາ ສາມາດເສີມ ເຕີມ ແຕ່ງ ດ້ວຍການສັນຍະກໍາໄດ້ ແຕ່ສໍາລັບລີ້ຕ້າແລ້ວ ແມ່ນສິດໂບທ໋ອກ,ກິນອາຫານເສີມບໍາລຸງຜິວ ແລະ ອອກກຳລັງກາຍເທົ່ານັ້ນ,ແຕ່ມີພຽງຄວາມງາມ ກໍ່ບໍ່ສາມາດເປັນພິດຕີ້ໄດ້ ເພາະຕ້ອງໄດ້ມີໄຫວພີບ ມີຄວາມສາມາດໃນການນຳສະເໜີສິນຄ້າໄດ້ນຳອີກດ້ວຍ, ສໍາລັບເລື່ອງຂອງການຈ້າງງານຂອງລູກຄ້າແມ່ນມີຄວາມແຕກຕ່າງກັນໄປ ສ່ວນໃຫ່ຍແມ່ນເລືອກພິດຕີ້ທີ່ຄໍານືງເຖິງແບຣນ ແລະ ຈະຕິດຕໍ່ນໍາອາເຈນຊີ ຫຼືຕິດຕໍ່ມາໂດຍກົງທາງເຟສບຸນໍາອີກ.

ລີ້ຕ້າ ໄດ້ບອກຕື່ມວ່າ: ຕົນເອງມີຄວາມມັກໃນອາຊິບພິດຕີ້ຢູ່ແລ້ວ ເພາະໄດ້ແຕ່ງໂຕງາມໆ ເຊິ່ງຕົນເອງກໍ່ເປັນຮັກມັກເລື່ອງຄວາມງາມຢູ່ແລ້ວໂດຍພື້ນຖານ. ນອກຈາກເລື່ອງຄວາມງາມແລ້ວ, ໜ້າທີ່ຂອງພິດຕີ້ ແມ່ນຕ້ອງໄດ້ແນະນໍາ ຂາຍສິນຄ້າໃຫ້ເກີດຄວາມໜ້າສົນໃຈ ຜູ້ທີ່ໄດ້ຮັບເລືອກເປັນພິດຕີ້ ຕ້ອງໄດ້ເຮັດຄວາມເຂົ້າໃຈ ໃນການຖ່າຍທອດ ນໍາສະເໜີ ສິນຄ້າ ແລະ ສາມາດຕອບຄໍາຖາມລູກຄ້າໄດ້ທຸກຂໍ້ສົງໄສ ເພາະອາຊິບນີ້ ຄູ່ແຂ່ງແມ່ນ ຫຼາຍຂຶ້ນເລື້ອຍໆ ເຮົາຕ້ອງໄດ້ພັດທະນາຕົນເອງຕະຫຼອດເວລາເຊັ່ນກັນ

ແນວໃດກໍ່ດີ ພິດຕີ້ໃນບ້ານເຮົາ ແມ່ນຍັງບໍ່ໄດ້ມີການໂຊເນື້ອໂຊໂຕແບບຫຼາຍໆປະເທດ, ເພາະສ່ວນໃຫ່ຍແມ່ນຈະໂຊຄວາມເຊັກຊີເລັກໆນ້ອຍໆເທົ່ານັ້ນ, ໂດຍການໃສ່ຊຸດລາຕີຢາວ ໃຫ້ເຂົາກັບຜະລິດຕະພັນ ເພື່ອສ້າງສີສັນໃຫ້ກັບງານ


Hits: 11