ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຂໍຮຽນແຈ້ງມາຍັງບັນດານັກຂັບຂີ່ລົດໃຫ່ຍຮັບຊາບທົ່ວເຖິງກັນແລະປະຕິບັດດັ່ງນີ້:
- ຫ້າມເອົາລົດໃຫ່ຍຂື້ນຈອດເທີງທາງຍ່າງແລະຊ່ອງຈະລາຈອນທາງເດີນຂອງລົດຕາມຖະຫນົນໃນຕົວເມືອງ ທີ່ທາງການໄດ້ກຳນົດເປັນເຂດຫ້າມຈອດ.
- ກໍລະນີພົບເຫັນ ເຈົ້າຫນ້າທີ່ພະນັກງານຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຮ່ວມກັນ ເຈົ້າຫນ້າທີ່ຕຳຫຼວດຈະລາຈອນ ແມ່ນຈະໄດ້ຕັກເຕືອນ, ສຶກສາອົບຮົມ ແລະ ພ້ອມທັງປັບໃໝຕາມລະບຽບກົດຫມາຍທີ່ໄດ້ກຳນົດໄວ້ຢ່າງເຂັ້າງວດ.
- ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ດັ່ງນັ້ນ, ຈື່ງແຈ້ງມາຍັງບັນດານັກຂັບຂີ່ລົດໃຫ່ຍໄດ້ຮັບຊາບແລະປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດດ້ວຍ.
Hits: 11