ທ່ານນາງ ແສງເດືອນ ຫຼ້າຈັນທະບູນ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ອອກມາຢືນຢັນເມື່ອບໍ່ເທົ່າໃດຊົ່ວໂມງຜ່ານມານີ້ ວ່າ ລັດຖະບານ ເປັນເອກະພາບເຫັນດີໃຫ້ເລື່ອນ “ຊຽງຂວາງ ເກມ” ອອກໄປແບບບໍ່ມີກຳນົດ ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຍັງໜ້າເປັນຫ່ວງ!

ທ່ານລັດຖະມົນຕີກະຊວງ ສສກ ໄດ້ໃຫ້ສຳພາດສື່ມວນຊົນສາຍກິລາ ມື້ເຊົ້ານີ້ (29 ກຸມພາ) ໃນກອງປະຊຸມສະໄໝວິສາມັນຂອງສະຫະພັນບານເຕະແຫ່ງຊາດລາວ ທີ່ໂຮງແຮມແລນມາກ ໂດຍທ່ານໄດ້ຢືນຢັນວ່າ “ຄະນະຮັບຜິດຊອບຈັດງານ ໄດ້ຄົ້ນຄວ້າກັນແລ້ວ ເຫັນວ່າສະພາບການລະບາດຂອງພະຍາດ ໂຄວິດ -19 ຍັງມີຄວາມຮຸນແຮງ ແລະ ຄວາມສ່ຽງຫຼາຍ ຕາມການແນະນຳຂອງ ກະຊວງສາທາລະນະສຸກ ກໍຄືຄະນະຮັບຜິດຊອບສະເພາະກິດ ກ່ຽວກັບການແກ້ໄຂພະຍາດໂຄວີດ -19 ທີ່ເຫັນວ່າ ທົ່ວໂລກກຳລັງປະສົບວິກິດດັ່ງກ່າວຢ່າງໜັກ”
ທີ່ມາ: All In Laos
Hits: 16