ພິທີຝັງທໍາລາຍສິນສ່ວນສັດປ່າຫວງຫ້າມ ທີ່ເຈົ້າໜ້າທີ່ຢຶດມາໄດ້ຈາກຕະຫຼາດແຄມທາງ ໄດ້ຈັດຂື້ນໃນວັນທີ່ 26 ກຸມພາ 2020 ທີ່ເດີ່ນພະແນກກະສິກຳ ແລະ ປ່າໄມ້ແຂວງ, ໂດຍມີການນຳພະແນກ ເຈົ້າໜ້າທີ່ກອງກວດກາປ່າໄມ້, ຕາງໜ້າໂຄງການຄຸ້ມຄອງສັດປ່າ WWF ແລະ ຜູ້ຄຸ້ມຄອງຕະຫຼາດຕະຫຼອດຮອດແມ່ຄ້າຊາວຂາຍເຂົ້າຮ່ວມ.

ພິທີ ແມ່ນໄດ້ຮັບການຜ່ານບົດລາຍງານຫຍໍ້ການລົງເຄື່ອນໄຫວກວດກາຂອງກອງກວດກາປ່າໄມ້ແຂວງ ທີ່ໄດ້ລົງເຄື່ອນໄຫວກວດກາບັນດາຕະຫຼາດ ຮ້ານຂາຍຕາມແຄມທາງ ຈຳນວນ 9ຄັ້ງ ເລີ່ມແຕ່ເດືອນ ທັນວາ 2019 ເຖີ່ງເດືອນກຸມພາ 2020 ສາມາດລະດົມ ແລະ ຍຶດໄດ້ 414 ໂຕ/ຊີ້ນສ່ວນ ນ້ຳໜັກ 155 ກິໂລກະລາມ,ໃນນີ້ສັດທີ່ມີຊີວິດ (ອົ້ນ) ຈຳນວນ 4 ໂຕ, ນ້ຳໜັກ 5 ກິໂລ, ສັດຕາຍ ( ເປັນຊີ້ນສ່ວນ) ຈໍານວນ 110 ກິໂລ ຄິດເປັນມູນຄ່າທັງໝົດ 6,600,000 ກີບ, ໃນນີ້ແຍກເປັນແຕ່ລະບັນຊີສັດປ່າຄື: ຊີ້ນສ່ວນສັດປ່າຫວງຫ້າມບັນຊີ 1 ມີ 2 ຊີ້ນສ່ວນ ເຊັ່ນ ລີງລົມ, ບ່າງ, ຊີ້ນສ່ວນສັດຄຸ້ມຄອງ ຫຼື ບັນຊີ 2 ມີ 301 ຊີ້ນສ່ວນ ນ້ຳໜັ້ກ 48,8 ກິໂລ, ເຊັ່ນ: ອົ້ນ ຟານ ນົກ ເຈຍ, ຊີ້ນສ່ວນສົດທົ່ວໄປ ຫຼື ບັນຊີ 3 ມີ 107 ຊີ້ນສ່ວນ ສ່ວນ ແມ່ຄ້າທີໄດ້ລະເມີດຄ້າຂາຍສັດປ່ານັ້ນ ເຈົ້າຫນ້າທີ່ໄດ້ປັບໃຫມລາວກໍລະນີ ພ້ອມທັງສຶກສາອົບຮົມ ເຮັດບົດບັນທຶກໄວ້ ເພື່ອບໍໃຫ້ກັບໄປຄ້າຂາຍສັດປ່າທີຫວງຫ້າມຕື່ມອິກ.

ທີ່ມາ: ມີເດຍລາວ
Hits: 4