Saturday, July 19, 2025
Kbank Laos โอน รับ จ่าย

ຊີວະປະຫວັດຫຍໍ້ ສະຫາຍ ໄມສຸກ ໄຊສົມແພງ

ສະຫາຍ ໄມສຸກ ໄຊສົມແພງ ເກີດເມື່ອວັນທີ 6/2/1925 ທີ່ບ້ານຊ່ອນເໜືອ, ເມືອງຊ່ອນ, ແຂວງ ຫົວພັນ. ເປັນບຸດຂອງ ທ່ານ ໄຊ ແລະ ນາງ ແພງສີ; ສະຫາຍໄດ້ສ້າງຄອບຄົວກັບ ນາງ ຄຳຫຼ້າ ໄຊສົມແພງ, ມີລູກນຳກັນ 05 ຄົນ, ຊາຍ 1 ຄົນ ແລະ ຍິງ 4 ຄົນ.

ປະຈຸບັນຢູ່ບ້ານສະພານທອງກາງ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ.

ການເຄື່ອນໄຫວປະຕິວັດແຕ່ລະໄລຍະ ໂດຍຫຍໍ້ ດັ່ງນີ້:
– ປີ 1941 ຫາ 1942 ເປັນພະນັກງານສະໝຽນ ຢູ່ແຂວງຫົວພັນ;
– ປີ 1943 ຫາ 1945 ເປັນຫົວໜ້າຂົວທາງເລກ 6;
– ປີ 1945 ຫາ 1947 ເປັນຮອງຫົວໜ້າຫ້ອງວ່າການ ແຂວງຫົວພັນ;
– ປີ 1947 ຫາ 1950 ເປັນຫົວໜ້າຫ້ອງວ່າການເມືອງຊ່ອນ;
– ປີ 1950 ຫາ 1953 ເປັນເຈົ້າເມືອງ ເມືອງຊ່ອນ ແຂວງຫົວພັນ;
– ປີ 1953 ຫາ 1960 ເປັນກຳມະການປະຈຳພັກແຂວງ ຮອງເຈົ້າແຂວງ ຫົວພັນ;
– ປີ 1960 ຫາ 1968 ເປັນຫົວໜ້າຫ້ອງການພົວພັນຕ່າງປະເທດເສດຖະກິດ ຢູ່ ສສ ຫວຽດນາມ;
– ປີ 1968 ຫາ 1972 ເປັນຮອງເຈົ້າແຂວງຫົວພັນ ;
– ປີ 1972 ເປັນກຳມະການສູນກາງພັກ ສະໄໝທີ II;
– ປີ 1972 ຫາ 1975 ເປັນຮອງຜູ້ທີ່ 1 ຂອງຄະນະເສດຖະກິດ-ການເມືອງສູນກາງ;
– ປີ 1975 ຫາ 1986 ເປັນລັດຖະມົນຕີ ກະຊວງອຸດສາຫະກຳ-ການຄ້າ, ປ່າໄມ້, ຫັດຖະກໍາ (2ສະໄໝ);
– ປີ 1982 ເປັນກຳມະການສູນກາງພັກ ສະໄໝທີ III
– ປີ 1986 ຫາ 1988 ເປັນຫົວໜ້າຄະນະຮັບຜິດຊອບປັບປຸງຟື້ນຟູແຂວງຮອບດ້ານ;
– ປີ 1986 ເປັນກຳມະການສູນກາງພັກ ສະໄໝທີ IV
– ປີ 1988 ຫາ 1991 ເປັນຫົວໜ້າຫ້ອງວ່າການສູງກາງພັກ, ຫົວໜ້າຫ້ອງວ່າການສະພາລັດຖະມົນ;
– ປີ 1991 ຫາ 1996 ເປັນກຳມະການສູນກາງພັກ ສະໄໝທີ V, ເປັນປະທານສູນກາງແນວລາວສ້າງຊາດ;
ມາຮອດປີ 1996 ຍ້ອນສຸຂະພາບ ແລະ ອາຍຸກະສຽນ ສະຫາຍຈຶ່ງໄດ້ຂໍອອກພັກການ-ຮັບເບ້ຍບຳນານ ຕາມນະໂຍບາຍຂອງພັກ ແລະລັດ.

ສະຫາຍ ໄມສຸກ ໄຊສົມແພງ ໄດ້ເຖິງແກ່ມໍລະນະກຳລົງ ໃນວັນທີ 29 ກຸມພາ 2020.

ສົບຂອງເພິ່ນແມ່ນບຳເພັນກູສົນທີ່ເຮືອນຂອງເພິ່ນເອງ ຢູ່ບ້ານສະພານທອງກາງ ເມືອງສີສັດຕະນາກ.​

ສົ່ງສະການວັນທີ 5 ມີນາ 2020 ທີ່ວັດເທບນິມິດ ທາດຝຸ່ນ ເວລາ 13:00.
_ ວັນທີ 7 ມີນາ ຕັ້ງກອງບຸນ.
_ ວັນທີ 8 ມີນາ ໃສ່ບາດຖະຫວາຍສັງຄະທານພະສົງ 11 ອົງ.

ແຫຼ່ງຂໍ້ມູນ: ກົມໂຄສະນາ-ອົບຮົມ ສນຊ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.