ຂໍຂອບໃຈນຳຜູ້ສະໜັບສະໜູນ

ເຈົ້າໜ້າທີ່ຕໍາຫຼວດ ປາບປາມການຄ້າມະນຸດ (ປະເທດໄທ) ໄດ້ບຸກຈັບສອງຜົວເມຍ ນາຍຈ້າງຮ້ານຂາຍອາໄຫຼລົດ ເຂດອ້ອມນ້ອຍ ທີ່ໄດ້ກັກຂັງຜູ້ໃຊ້ແຮງງານຄົນລາວ ໄວ້ໃນຫ້ອງດົນເປັນເວລາ 9 ປີ ທັງມີການທຳຮ້າຍຮ່າງກາຍ ແລະ ສາວລາວເຜີຍເຄີຍລັກໜີ້ອອກຈາກຮ້ານ ແລ້ວຖືກຈັບໄດ້ ຖືກສັ່ງບໍ່ໃຫ້ອອກໄປໃສ່ ປ່ອຍໃຫ້ກິນໝີ່ສຳເລັດຮູບ

ທີ່ ກອງບັງຄັບການປາບປາມການຄ້າມະນຸດ (ປະເທດໄທ) ວັນທີ 28 ກຸມພາ 2020 ພົນຕໍາຫຼວດຕີ ວໍລະວັດ ວັດນະຄອນບັນຊາ ຜູ້ບັງຄັບການປາບປາມການຄ້າມະນຸດ ໄດ້ສັ່ງການໃຫ້ເຈົ້າໜ້າທີ່ຊຸດສຶບສວນ  ພ້ອມດ້ວຍ ພົນຕໍາຫຼວດເອກ ພິພົບ ພັດສະຣະລະພັດ ນຳກໍາລັງເຂົ້າຈັບ ທ້າວ ສຸຊີນ ອາຍຸ 60 ປີ ແລະ ນາງ ຈິຣະວະດີ ອາຍຸ 50 ປີ ຢູ່ຕໍາບົນ ອ້ອມນ້ອຍ ອຳເພິ ກະທຸ່ມແບນ ຈັງຫວັດສະມຸດສະຄອນ ໃນຂໍ້ຫາ ຄ້າມະນຸດໂດຍສະແຫວງຫາປະໂຫຍດຈາກການບັງຄັບໃຊ້ແຮງງານ ໂດຍໃຊ້ກຳລັງທຳຮ້າຍ ກັກຂັງ ແລະ ເຮັດໃຫ້ຜູ້ອື່ນຂາດສິດເສລິພາບ

ໂດຍເຈົ້າໜ້າທີ່ໄດ້ຮັບແຈ້ງວ່າມີຄົນລາວຖືກນາຍຈ້າງກັກຂັງ ບັງຄັບໃຊ້ແຮງງານຢູ່ພາຍໃນຮ້ານຂາຍອາໄຫຼລົດແຫ່ງໜຶ່ງ ເຂດອ້ອມນ້ອຍ ໂດຍຄົນລາວແມ່ນຖືກຂັງມາເປັນເວລາ 9 ປີ ຫຼັງຈາກນັ້ນເຈົ້າໜ້າທີ່ຈື່ງໄດ້ວາງແຜນກັບໜ່ວຍງານທີ່ກ່ຽວຂ້ອງ ນໍາໝາຍຄົ້ນ ເຂົ້າກວດຄົ້ນ ພົບເຫັນຜູ້ຕ້ອງຫາ ແລະ ຄົນລາວ ຄື ນາງ ພອນ ອາຍຸ 21 ປີ ຢູ່ພາຍໃນຮ້ານດັ່ງກ່າວ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຫຼັງຈາກການຊັກຖາມຜູ້ເສຍຫາຍໃຫ້ຮູ້ວ່າ ຕົນເອງມາຢູ່ນໍານາຍຈ້າງດັ່ງກ່າວ ໂດຍຜ່ານນາຍໜ້າຄົນລາວ ແຕ່ປີ 2011 ຕອນນັ້ນອາຍຸພຽງ 13 ປີ, ຊ່ວງທຳອິດແມ່ນໄດ້ເງິນເດືອນ 1500 ບາດ ແລະ ຕໍ່ມາແມ່ນບໍ່ໄດ້ເງິນຄ່າຈ້າງອີກເລີຍ ພ້ອມຍັງຖືກບັງຄັບໃຫ້ຢູ່ພາຍໃນຫ້ອງເກັບເຄື່ອງ ໂດຍມີອາຫານ ແລະ ເສື້ອຜ້າທີ່ນາຍຈ້າງຈັດໄວ້ໃຫ້ ແຕ່ບໍ່ເຄີຍອອກໄປນອກ ເພາະຖຶກສັ່ງຫ້າມບໍ່ໃຫ້ເວົ້າ ແລະ ຕິດຕໍ່ກັບຄົນພາຍນອກ

ນາງພອນຍັງໃຫ້ການອີກວ່າ ຫຼັງຈາກເຮັດວຽກໄດ້ບໍ່ດົນ ກໍເລີ່ມຖືກທຳຮ້າຍຮ່າງກາຍ ດ້ວຍການຕົບໜ້າ ຕີດ້ວຍສາຍໄຟ ແລະ ຖືກດ່າດ້ວຍຄໍາບໍ່ສຸພາບ

ຈາກການສອບສວນ ຜູ້ຕ້ອງຫາສອງຜົວເມຍ ຍັງໃຫ້ການປະຕິເສດ ຈຶ່ງໄດ້ແຈ້ງຂໍ້ຫານໍາຕົວສົ່ງ ສະຖານີຕໍາຫຼວດພູທອນ ກະທຸ່ມແບນ ດຳເນີນຄະດີຕາມກົດໝາຍ ສ່ວນຜູ້ເສຍຫາຍ ເຈົ້າໜ້າທີ່ສໍ່ນັກງານພັດທະນາສັງຄົມ ແລະ ຄວາມໝັ່ນຄົງຂອງມະນຸດ ໄດ້ຮັບໄປດໍາເນີນການຕໍ່ໄປ

ຂໍ້ມູນ: LINE TODAY

ວິດີໂອຂ່າວ: Kanwaela Soa-ruen

Hits: 13

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້