ຂໍຂອບໃຈນຳຜູ້ສະໜັບສະໜູນ

ສະຖານະການ​ ການລະບາດຂອງພະຍາດ ໂຄວິດ-19​ ຍັງຄົງສືບຕໍ່ຂະຫຍາຍອອກເປັນວົງກ້ວາງ ເຮັດໃຫ້ບັນຫາເລື່ອງໜ້າກາກອະນາໄມ ກາຍເປັນບັນຫາສຳຄັນ ທັງໃນເລື່ອງຂອງການຫາຊື້ຍາກ,​ ລາຄາສູງ ແລະ​ ບັນຫາການຖິ້ມໜ້າກາກຊະຊາຍ 

ມື້ນີ້ ອິນໄຊລາວ​ ຈຶ່ງໄດ້ນຳເອົາວິທີການຖິ້ມໜ້າກາກອະນາໄມໃຫ້ຖືກຕ້ອງມາຝາກທຸກໆຄົນ​ ເຊິ່ງຂັ້ນຕອນກໍງ່າຍໆພຽງແຕ່ ພັບ​ ມ້ວນ​ ຖິ້ມ​ ເທົ່ານັ້ນ.​

1. ໃຊ້ມືຈັບຫ່ວງທີ່ຄ້ອງຫູທັງສອງຂ້າງ​ (ເພື່ອບໍ່ໃຫ້ມືເຮົາສຳພັດກັບເຊື້ອພະຍາດໂດຍກົງ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

2.  ພັບອີກເຄີ່ງ ໂດຍໃຫ້ເຊືອກທັງສອງຂ້າງຢູ່ດ້ານດຽວກັນ

3. ມັດດ້ວຍເຊືອກ ໃຫ້ແໜ້ນ

4. ເກັບແຍກອອກຈາກຂີ້ເຫຍື້ອອື່ນໆ ໂດຍການຖິ້ມໃສ່ຖົງທີ່ປິດແໜ້ນ ຫຼື​ ແຍກເປັນຖົງໄວ້ຖິ້ມສະເພາະ

ແນວໃດກໍຕາມ,​ ການຄັດແຍກຂີ້ເຫຍື້ອ ແລະ ນຳໄປກຳຈັດຢ່າງຖືກວິທີ ຈະຊ່ວຍຫຼຸດການຕິດເຊື້ອທີ່ອາດຈະແຜ່ກະຈາຍເປັນວົງກວ້າງ

ຂອບໃຈຂໍ້ມູນດີໆຈາກ: Infinity Design

ຮຽບຮຽງ​: InsideLaos

Hits: 11

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້