Saturday, November 8, 2025
Kbank Laos โอน รับ จ่าย

ກຸ່ມຜະລິດກະສິກໍາອິນຊີ ນວ ມີການຂະຫຍາຍຕົວຢ່າງເຂັ້ມແຂງ

ພາບປະກອບ

ກຸ່ມ​ຜະ­ລິດ​ກະ­ສິ­ກຳ​ຜັກ​ອິນ​ຊີ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໄດ້​ຮັບ​ການ​ຊຸກ­ຍູ້​ມາ​ແຕ່​ປີ 2004 ເປັນ­ຕົ້ນ​ມາ ໂດຍ​ການ​ສົມ­ທົບ​ລະ­ຫວ່າງ​ກົມ​ປູກ­ຝັງ ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ຂະ­ແໜງ​ປູກ­ຝັງ ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແລະ ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້​ເມືອງ.

ເຊິ່ງ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຈາກ​ໂຄງ­ການ​ສົ່ງ­ເສີມ​ກະ­ສິ­ກຳ​ອິນ​ຊີ ແລະ ການ​ຕະ­ຫຼາດ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ຢູ່ 4 ເມືອງ​ເປົ້າ​ໝາຍ​ຂອງ ນວ​ຮູບ​ແບບ​ການ​ສົ່ງ­ເສີມ​ມີ​ລັກ­ສະ­ນະ​ເປັນ​ຄອບ­ຄົວ​ຕົວ​ແບບ ປັດ­ຈຸ­ບັນ​ເຫັນ​ໄດ້​ວ່າ​ກຸ່ມ​ກະ­ສິ­ກຳ​ອິນ​ຊີ​ມີ​ການ​ຂະ­ຫຍາຍ­ຕົວ​ນັບ​ມື້​ເພີ່ມ​ຂຶ້ນ​ເມື່ອ​ທຽບ­ໃສ່​ເມື່ອ​ກ່ອນ.

ທ່ານ ທອງ​ໄຊ ເພັດ​ນະ­ຄອນ​ສີ ປະ­ທານ​ກຸ່ມ​ຜະ­ລິດ​ກະ­ສິ­ກຳ​ອິນ​ຊີ ນວ ໄດ້​ລາຍ​ງານ​ຜົນ­ສຳ­ເລັດ​ການ​ພັດ­ທະ­ນາ​ກະ­ສິ­ກຳ​ອິນ​ຊີ (ພືດ​ຜັກ ແລະ ໝາກ​ໄມ້) ຕໍ່​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ VII ຂອງ​ຄະ­ນະ​ພັກ​ຮາກ​ຖານ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ວ່າ:

ພາບປະກອບ

ໃນ 5 ປີ ຜ່ານ​ມາ (2014-2019) ກຸ່ມ​ຜະ­ລິດ​ກະ­ສິ­ກຳ​ອິນ​ຊີ ນວ ມີ​ບາດ­ກ້າວ​ຂະ­ຫຍາຍ­ຕົວ ແລະ ມີ​ຄວາມ​ເຂັ້ມ­ແຂງ​ຫຼາຍ​ຂຶ້ນ ເມື່ອ​ທຽບ­ໃສ່​ເມື່ອ​ກ່ອນ ປັດ­ຈຸ­ບັນ​ປະ­ກອບ​ມີ 12 ກຸ່ມ​ນ້ອຍ ສະ­ມາ­ຊິກ​ຊາວ​ສວນ​ທັງ​ໝົດ 303 ຄອບ­ຄົວ ເນື້ອ­ທີ່ 329 ເຮັກ­ຕາ ຜົນ​ຜະ­ລິດ 2.874 ໂຕນ​ຕໍ່​ປີ ໃນ​ນັ້ນ ເມືອງ​ຫາດ​ຊາຍ​ຟອງ​ມີ 2 ກຸ່ມ​ຄື:

ກຸ່ມ​ໂຄກ​ຊາຍ ແລະ ກຸ່ມ​ຊາຍ​ຟອງ​ເໜືອ ມີ 19 ຄອບ­ຄົວ ເນື້ອ­ທີ່ 7,12 ເຮັກ­ຕາ ເມືອງ​ໄຊ​ເສດ​ຖາ 2 ກຸ່ມ​ຄື:

ກຸ່ມ​ຊຽງ​ດາ ແລະ ກຸ່ມ​ນາ​ສ້າງ​ໄພ ມີ 24 ຄອບ­ຄົວ ເນື້ອ­ທີ່ 19,34 ເຮັກ­ຕາ ເມືອງ​ສີ​ໂຄດ​ຕະ­ບອງ 2 ກຸ່ມ​ຄື:

ກຸ່ມ​ໜອງ​ດາ ແລະ ກຸ່ມ​ຈຳ­ປາ ມີ 22 ຄອບ­ຄົວ ເນື້ອ­ທີ່ 21,59 ເຮັກ­ຕາ ເມືອງ​ໄຊ​ທາ­ນີ 4 ກຸ່ມ​ຄື:

ກຸ່ມ​ໂນນ​ແຕ້ ສົມ​ສະ­ຫວັນ ທົ່ງ​ນາ ແລະ ກຸ່ມ​ປາກ​ຊາບ​ໃໝ່ ມີ 120 ຄອບ­ຄົວ ເນື້ອ­ທີ່ 160,2 ເຮັກ­ຕາ ເມືອງ​ນາ​ຊາຍ​ທອງ​ມີ​ກຸ່ມ​ໂພນ​ແກ້ວ 7 ຄອບ­ຄົວ ເນື້ອ­ທີ່ 5,84 ເຮັກ­ຕາ ແລະ ເມືອງ​ປາກ​ງື່ມ ກຸ່ມ​ທ່າ​ຊ້າງ ມີ 111 ຄອບ­ຄົວ ເນື້ອ­ທີ່ 120 ເຮັກ­ຕາ

ພ້ອມ​ນັ້ນ ການ​ປູກ​ພືດ​ລະ­ດູ­ຝົນ​ໄດ້​ມີ​ການ​ຂະ­ຫຍາຍ​ຈຳ­ນວນ​ເຮືອນ​ຮົ່ມ​ປູກ​ພືດ​ຜັກ​ຂອງ​ກຸ່ມ​ກະ­ສິ­ກຳ​ອິນ​ຊີ ນວ ໄດ້​ທັງ​ໝົດ 400 ກວ່າ​ຫຼັງ.

ພາບປະກອບ

ສ່ວນ​ວຽກ​ງານ​ຕະ­ຫຼາດ​ມີ​ສະ­ຖານ­ທີ່​ຈັດ​ຕະ­ຫຼາດ­ນັດ​ຈຳ­ໜ່າຍ​ພືດ​ຜັກ​ອິນ​ຊີ 6 ແຫ່ງ ໃນ​ນີ້ ເມືອງ​ໄຊ​ເສດ​ຖາ​ຢູ່​ຕະ­ຫຼາດ​ອິນ​ຊີ​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ແລະ ຕະ­ຫຼາດ​ອິນ​ຊີ​ຫຼັກ 5 ເມືອງ​ສີ​ໂຄດ​ຕະ­ບອງ​ຢູ່​ຕະ­ຫຼາດ​ອິນ​ຊີ​ສວນ​ເຈົ້າ­ຟ້າ​ງຸ່ມ ແຕ່​ປັດ­ຈຸ­ບັນ​ຍ້າຍ​ມາ​ຢູ່​ດົງ​ນາ​ໂຊກ ເມືອງ​ຈັນ­ທະ​ບູ​ລີ​ຢູ່​ຕະ­ຫຼາດ​ຫ້ວຍ​ຫົງ ເມືອງ​ໄຊ​ທາ­ນີ ຢູ່​ຕະ­ຫຼາດ​ອິນ​ຊີ​ບ້ານ​ຊ້າງ​ຄູ.

ນອກ​ນັ້ນ ຍັງ​ມີ​ຮ້ານ​ຂາຍ​ພືດ​ຜັກ​ອິນ​ຊີ​ຫຼັກ 8 ໜຶ່ງ​ຫຼັງ ມີ​ຜົນ​ຜະ­ລິດ​ທັງ​ໝົດ 2.570 ໂຕນ​ຕໍ່​ປີ ມູນ​ຄ່າ 35,8 ຕື້​ກີບ ສະ­ເລ່ຍ​ຄອບ­ຄົວ​ໜຶ່ງ​ຈະ​ໄດ້​ຮັບ 5-8 ລ້ານ​ກີບ​ຕໍ່​ເດືອນ ນອກ​ນີ້ ຍັງ​ເຂົ້າ​ຮ່ວມ​ງານ​ວາງ­ສະ­ແດງ​ຕ່າງໆ ເປັນ­ຕົ້ນ ວັນ​ອາ­ຫານ​ໂລກ ເທ​ສະ­ການ​ອາ­ຫານ​ລາວ ແລະ ບຸນ​ນະ­ມັດ­ສະ­ການ​ງານ​ສຳ­ຄັນ​ຕ່າງໆ​ຫຼາຍ​ກວ່າ 10 ຄັ້ງ​ຕໍ່​ປີ.

ສຳ­ລັບ​ທິດ​ທາງ​ຕໍ່­ໜ້າ ສຸມ​ໃສ່​ຂະ­ຫຍາຍ​ເນື້ອ­ທີ່​ການ​ປູກ​ຜັກ ໝາກ​ໄມ້ ກະ­ສິ­ກຳ​ອິນ​ຊີ ຕາມ​ນະ­ໂຍ­ບາຍ​ກະ­ສິ­ກຳ​ສະ­ອາດ​ຂອງ ນວ ໃຫ້​ໄດ້ 30% ສູ້​ຊົນ​ຜະ­ລິດ​ໃຫ້​ໄດ້ 3.000-4.000 ໂຕນ​ຕໍ່​ປີ ແລະ ສົມ­ທົບ​ກັບ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ໂຄ­ສະ­ນາ​ຕະ­ຫຼາດ​ກະ­ສິ­ກຳ​ອິນ​ຊີ​ໃຫ້​ມີ​ຕະ­ຫຼາດ​ຖາ­ວອນ ແລະ ສົ່ງ­ເສີມ​ການ​ຜະ­ລິດ​ຕິດ​ພັນ​ກັບ​ການ​ຕະ­ຫຼາດ​ສູ້​ຊົນ​ເພີ່ມ​ລາຍ​ຮັບ​ໃຫ້​ໄດ້ 10 ຕື້​ກີບ​ຕໍ່​ປີ.

ແຫຼ່ງຂໍ້ມູນ: ວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.