ຂໍຂອບໃຈນຳຜູ້ສະໜັບສະໜູນ

ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 110 ປີ (8 ມີນາ 1910 ເຖິງ 8 ມີນາ 2020) ພັນລະຍາການນໍາ ນໍາໂດຍທ່ານ ນາງ ນາລີ ສີສຸລິດ ພັນລະຍານາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະກັບພະນັກງານລັດວິສາຫະກິດການບິນລາວ ວັນທີ 4 ມີນາ 2020 ທີ່ລັດວິສາຫະກິດດັ່ງກ່າວ ໂດຍຖືກຕ້ອນຮັບຈາກທ່ານ ບຸນມາ ຈັນທະວົງສາ ຜູ້ອໍານວຍການໃຫຍ່ລັດວິສາຫະກິດການບິນລາວ.

ການລົງຢ້ຽມຢາມຄັ້ງນີ້ ເປັນການພົບປະໃຫ້ກໍາລັງໃຈແກ່ນັກບິນຍິງ ແລະ ນັກໂດດຈ້ອງຍິງທີ່ໄດ້ມີຄວາມກ້າຫານ ມີອຸດົມການໃນການປະຕິບັດໜ້າທີ່ທີ່ມີຄວາມສ່ຽງ ແລະ ມີຄວາມທ້າທາຍ ພ້ອມທັງມີຄວາມຮັບຜິດຊອບທີ່ສູງ ເພື່ອຍົກສູງບົດບາດຂອງແມ່ຍິງໃຫ້ນັບມື້ສູງຂຶ້ນເປັນກ້າວໆ ນອກນັ້ນ ຍັງໄດ້ເນັ້ນໃຫ້ເອື້ອຍນ້ອງແມ່ຍິງເອົາໃຈໃສ່ສືບຕໍ່ການປະຕິບັດໜ້າທີ່ໄດ້ຮັບມອບໝາຍໃຫ້ສໍາເລັດ.

ທີ່ມາ: ວຽງຈັນໃໝ່

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 48

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້