ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນວັນທີ 4 ມິນາ 2020 ນີ້ ກອງບັນຊາການທະຫານແຂວງສະຫວັນະເຂດ ໄດ້ຈັດພິທີສົ່ງຊາວໜຸ່ມຈຳນວນ 137 ຄົນ ທີ່ສະມັກໃຈເຂົ້າຮັບໃຊ້ປະເທດຊາດ ແລະ ປະຕິບັດຕາມກົດໝາຍພັນທະຂອງພົນລະເມືອງລາວນັບແຕ່ອາຍຸ 18 ປີຂື້ນໄປຕ້ອງເຂົ້າຮັບໃຊ້ຊາດ,ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນໂທ ຄຳເພັດ ສຸລິຍະວົງ ຄະນະພັກ ຮັກສາການຫົວໜ້າການທະຫານກອງບັນຊາການທະຫານແຂວງສະຫວັນະເຂດ,ມີພະນັກງານນາຍທະຫານໃນອົງການ 5 ຫ້ອງ ພໍ່ແມ່ຜູ້ປົກຄອງຂອງທະຫານໃໝ່ເຂົ້າຮ່ວມ.

ໃນພິທີ ສະຫາຍ ພັນໂທ ຄຳເພັດ ສຸລິຍະວົງ ຮັກສາການຫົວໜ້າການທະຫານກອງບັນຊາການທະຫານແຂວງສະຫວັນະເຂດ ກໍ່ໄດ້ຂື້ນກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຊາວໜຸ່ມກໍ່ຄືພໍ່ແມ່ຜູ້ປົກຄອງທີ່ມີນໍ້າໃຈເສຍສະຫຼະເຂົ້າຮັບໃຊ້ປະເທດຊາດຕາມກົດໝາຍໄດ້ກຳນົດໄວ້ ແລະ ຮຽກຮ້ອງມາຍັງທະຫານໃຫ່ມທຸກສະຫາຍຈົ່ງພ້ອມກັນເອົາໃຈໃສ່ປະຕິບັດລະບຽບຂອງກອງທັບໃຫ້ດີໂດຍສະເພາະປະຕິບັດ 7 ລະບອບ 18 ວຽກ ຫຼື ລະບຽບອື່ນໆທີ່ກຳນົດໄວ້ໃນກອງທັບປະຊາຊົນລາວ,

ສຳລັບຊາວໜຸ່ມທີ່ສະມັກຮັບໃຊ້ຊາດໃນປີນີ້ແມ່ນພວກເຮົາໄດ້ຄັດເລືອກເອົາຄັກແນ່ໂດຍສະເພາະແມ່ນໄດ້ກວດສຸຂະພາບຕ້ອງສົມບູນແບບ,ກວດລວງສູງ,ກວດນໍ້າໜັກ ແລະ ທີ່ສຳຄັນແມ່ນການກວດຫາສານເສບຕິດ,ຖ້າຫາກພົບເຫັນແມ່ນພວກເຮົາບໍ່ຮັບພ້ອມທັງສົ່ງໃຫ້ ປກສ ດຳເນີນຄະດີນຳອີກ,ແຕ່ຜ່ານການກວດກາທະຫານໃຫ່ມຈຳນວນ 137 ຄົນ ເຫັນວ່າບໍ່ພົບສານເສບຕິດ ແລະ ໄດ້ຕາມມາດຖານທີ່ກະຊວງປ້ອງກັນປະເທດໄດ້ກຳນົດໄວ້.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 21

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້