ຂໍຂອບໃຈນຳຜູ້ສະໜັບສະໜູນ

ຫຼັງຈາກທີ່ເດີນທາງກັບຈາກຕ່າງປະເທດ ໂດຍສະເພາະປະເທດກຸ່ມສ່ຽງທີ່ມີການແຜ່ລະບາດຂອງ ພະຍາດໂຄວິດ-19 ຈະຕ້ອງມີການກັກໂຕຢູ່ເຮືອນ ເປັນເວລາ 14 ມື້ ໃຫ້ພົ້ນໄລຍະພັກຕົວຂອງເຊື້ອ ແລະ ເພື່ອສັງເກດອາການຂອງຕົວເອງ

ມື້ນີ້ອິນໄຊລາວ ມີໄອເດຍກິດຈະກໍາມ່ວນໆ ມາຝາກທຸກຄົນທີ່ກັກຕົວ ຮັບຮອງວ່າຖ້າເຮັດທັງໝົດນີ້ ເວລາຈະຜ່ານໄປໄວ

ຮຽນອອນລາຍ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ແນວໃດກໍ່ຈະຕ້ອງໄດ້ຢູ່ບ້ານຄົນດຽວເປັນເວລາຫຼາຍມື້ແລ້ວ ເຮົາມາເຕີມຄວາມຮູ້ ແລະ ໄອເດຍດີໆ ພັດທະນາຕົນເອງໃຫ້ດີຂຶ້ນ ດ້ວຍການຮຽນອອນລາຍໃນເລື່ອງທີ່ຕົນເອງສົນໃຈ ເປັນຕົ້ນແມ່ນ: ການຮຽນພາສາຕ່າງປະເທດ, ຝຶກໃຊ້ໂປຣແກຣມຄອມພິວເຕິ ຮຽນຮູ້ໃນເລື່ອງໃໝ່ໆ ຫຼື ຈະເປີດເບິ່ງຄິບຮຽນເຮັດອາຫານກໍ່ໄດ້

ເບິ່ງຮູບເງົາ

ເລື່ອງນັ້ນກໍ່ຢາກເບິ່ງ ເລື່ອງນີ້ກໍ່ຢາກເບິ່ງ ແຕ່ບໍ່ມີເວລາເບິ່ງເພາະເຮັດວຽກຕະຫຼອດ ບາດນີ້ໄດ້ເວລາຕັ້ງ 14 ມື້ ເບິ່ງວົນໄປເລີຍ

ອ່ານໜັງສື

ໜັງສືທີ່ຊື້ມາໄວ້ເຕັມເຮືອນ ມີບາງເຫຼັ່ມກໍ່ໄດ້ອ່ານແລ້ວ ແລະ ມີບາງເຫຼັ່ມທີ່ຍັງບໍ່ທັນມີໂອກາດໄດ້ອ່ານ ແລະນີ້ກໍ່ເປັນໂອກາດດີ ທີ່ຈະໄດ້ເຄຍໜັງສືທີ່ຍັງບໍ່ໄດ້ອ່ານ

ອະນາໄມເຮືອນ ຈັດຫ້ອງໃໝ່

ທີ່ຜ່ານມາ ເຮົາບໍ່ມີເວລາຈັດເຮືອນ ຫຼື ອະນາໄມເຮືອນເລີຍ ເພາະແຕ່ລະມື້ ເຮັດວຽກມາກໍ່ເມື້ອຍຈົນບໍ່ຢາກເຮັດຫຍັງຕໍ່ແລ້ວ ໄດ້ມີເວລາຢູ່ເຮືອນຫຼາຍໆມື້ແບບນີ້ ກໍ່ໄດ້ໂອກາດດີ ອະນາໄມຄັ້ງໃຫ່ຍເລີຍ

ຈັດຕູ້ເຄື່ອງ

ຊຸດໃດບໍ່ໄດ້ໃສ່ແລ້ວ ກໍ່ກຽມແພັກໄວ້ ຫຼັງຈາກຄົບກຳນົດ 14 ມື້ ກໍ່ສາມາດນໍາໄປບໍລິຈາກໄດ້ ຫຼືຊຸດໃດທີ່ເຮົາລືມວ່າເຄີຍມີ ກໍ່ສາມາດນໍາກັບມາໃສ່ ເພື່ອປະຫຍັດຄ່າໃຊ້ຈ່າຍ

ອອກກຳລັງ ຄວບຄຸມອາຫານ

ຢູ່ເຮືອນດົນໆ ກິນໆ ນອນໆ ອາດຈະເຮັດໃຫ້ເຮົາຕຸ້ຍໄດ້ງ່າຍ ມາຟິດກ້າມ ສ້າງຊິກແພັກ ດ້ວຍການອອກກຳລັງກາຍງ່າຍໆ ທີ່ຫາເບິ່ງໄດ້ຕາມ ຢູທູບ ພ້ອມກັບຄວບຄຸມອາຫານຢ່າງຖືກວິທີ ຮັບຮອງວ່າ 14 ມື້ຜ່ານໄປ ເພື່ອນຮ່ວມງານຕ້ອງວ້າວໃນຄວາມງາມຂອງເຮົາຢ່າງແນ່ນອນ

ບໍາລຸງຜິວ ແລະ ເສັ້ນຜົມ

ໃຊ້ເວລາໄປກັບການເບິ່ງແຍງຕົນເອງໃຫ້ຫຼາຍຂຶ້ນ ດ້ວຍການມາກໜ້າ ບໍາລຸງຜິວ ບໍາລຸງເສັ້ນຜົມ

ສຸດທ້າຍນີ້ ຢ່າລືມສັງເກດອາການຂອງຕົນເອງ ວ່າມີອາການເຈັບປ່ວຍຫຍັງບໍ່ ຖ້າມີອາການຜິດປົກກະຕິ ໃຫ້ຮິບປຶກສາໝໍ ຫຼື ໂທປຶກສາກັບສາຍດ່ວນ 166 ເພື່ອຮັບຄໍາແນະນໍາ

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້