ທ້າຍອາທິດທີ່ຜ່ານມາ, ທີ່ໂຮງແຮມດອນຈັນພາເລດ ກະຊວງສາທາລະນະສຸກ ຮ່ວມກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ຈັດກອງປະຊຸມປຶກສາຫາລືການມີສ່ວນຮ່ວມ ຂອງສື່ມວນຊົນໃນການຕອບໂຕ້ການລະບາດພະຍາດອັກເສບປອດສາຍພັນໃໝ່Covid-19 ພາຍໃຕ້ການເປັນປະທານ ຂອງທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາ

ລະນະສຸກ, ຜູ້ຕາງໜ້າອົງການຢູນີເຊັບປະຈຳ ສປປລາວ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປລາວ, ຕາງໜ້າກະຊວງ ພ້ອມທັງສື່ມວນຊົນຈາກພາກສ່ວນຕ່າງໆ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ຮັບຟັງການເຜີຍແຜ່ຄວາມຮູ້ ກ່ຽວກັບການລະບາດຂອງພະຍາດ, ການກະຈາຍເຊື້ອພະຍາດ, ເສັ້ນທາງການຕິດຕໍ່, ມາດຕະການໃນການປ້ອງກັນຕົນເອງຈາກການຕິດເຊື້ອ ນອກຈາກນີ້ກອງປະຊຸມຍັງໄດ້ເປີດໂອກາດໃຫ້ສື່ມວນຊົນຈາກພາກສ່ວນຕ່າງໆ ສະແດງຄຳຄິດຄຳເຫັນເພື່ອແລກປ່ຽນຄວາມຮູ້ຄວາມເຂົ້າໃຈຮ່ວມກັນເພື່ອການນຳສະເໜີຂ່າວພະຍາດອັກເສບປອດສາຍພັນໃໝ່ Covid-19 ໃຫ້ໄດ້ຢ່າງຖືກຕ້ອງຊັດເຈນ ແລະ ທັນຕາມເຫດການ ສື່ມວນຊົນເປັນກະບອກສຽງອັນສຳຄັນຫຼາຍໃນການເຜີຍແຜ່ຂໍ້ມູນຂ່າວສານຜ່ານສື່ຕ່າງໆ ໄປເຖີງປະຊາຊົນ ແລະ ສັງຄົມ ໃນປັດຈຸບັນນີ້ສື່ມວນຊົນທົ່ວປະເທດ ມີການເຜີຍແຜ່ຂໍ້ມູນຫຼາຍ ແຕ່ສີ່ງໜື່ງທີ່ສຳຄັນຄວນຄຳນືງໃນການສະເໜີຂໍ້ມູນໃນລວງດຽວກັນຈຳເປັນຕ້ອງເປັນຂໍ້ມູນທີ່ຊັດເຈນເອກະພາບກັນ ຮັບປະກັນໃນຄວາມຖືກຕ້ອງແລ້ວຈີ່ງເຜີຍແຜ່ ພ້ອມນີ້ກໍ່ຕ້ອງມີຄວາມວ່ອງໄວທັນການ ສຳລັບການເຜີຍແຜ່ຂໍ້ມູນຂ່າວສານແນະນຳກ່ຽວກັບພະຍາດອັກເສບປອດສາຍພັນໃໝ່ Covid-19 ສະຖານະການໜ້າເປັນຫ່ວງເພາະມີທັງຂໍ້ມູນທີ່ມີຄວາມຈີງ ແລະ ບໍ່ມີຄວາມຈີງ ໂດຍສະເພາະແມ່ນທາງສື່ອອນລາຍທີ່ອາດສ້າງຄວາມສັບສົນ ແລະ ເຮັດໃຫ້ປະຊາຊົນເຂົ້າໃຈຜິດຕໍ່ກັບບັນຫາດັ່ງກ່າວໄດ້.
ທ່ານ ຣັດຕະນະໄຊ ເພັດສຸວັນ ໄດ້ກ່າວຕື່ມວ່າ: ການສ້າງເຄືອຂ່າຍໃນການແລກປ່ຽນຂໍ້ມູນຂ່າວສານໃນການອອກຂ່າວ ແລະ ຮັບປະ ກັນໃຫ້ເຂົ້າເຖີງມວນຊົນຢ່າງທົ່ວເຖີງ ສີ່ງສຳຄັນແມ່ນການໃຫ້ຂໍ້ມູນຄວາມຮູ້ແກ່ປະຊາຊົນຢ່າງຖືກຕ້ອງ ເພາະພະນັກງານກະຊວງສາທາ ລະນະສຸກບໍ່ສາມາດຈະສົ່ງເຖີງຂໍ້ມູນໃຫ້ປະຊາຊົນໄດ້ ສະນັ້ນຈີ່ງໄດ້ອາໃສສ່ອງທາງສື່ມວນຊົນເພື່ອກະຈາຍຂ່າວໃນຮູບແບບ ແລະ ວິທີ ການທີ່ຫຼາກຫຼາຍຂອງສື່ມວນຊົນ ຮັບປະກັນວ່າເປັນຂ່າວສານທີ່ມີປະໂຫຍດເຂົ້າເຖີງປະຊາຊົນໄດ້ຢ່າງກວ້າງຂວາງ ສຳລັບຂ່າວລື ແລະ ຂ່າວທີ່ບໍ່ເປັນຄວາມຈີງເຮັດໃຫ້ສັງຄົມແຕກຕື່ນສັບສົນ ຫຼື ວິຕົກກັງວົນຕໍ່ສະພາບການທີ່ເກີດຂື້ນ ສີ່ງສຳຄັນຢາກໃຫ້ສື່ມວນຊົນສົນທະນາປຶກສາຫາລື ໃຫ້ເປັນເອກະພາບກັນໃນການນຳໃຊ້ຂໍ້ມູນໃນລວງດຽວກັນ ເພື່ອກະຈາຍຂ່າວໃຫ້ກັບປະຊາຊົນ ເພື່ອບໍ່ໃຫ້ວິຕົກກັງວົນ ແລະ ປ້ອງກັນຕົນເອງໃນກໍລະນີທີ່ມີອາການໜ້າສົງໃສ ເຊີ່ງສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີໂທ 166 ຕະຫຼອດ 24 ຊົ່ວໂມງ ເຖີງແນວໃດກໍ່ຕາມໃຫ້ທ່ານມີສະຕິທຸກຢ່າງໃນການຕິດຕາມຂໍ້ມູນຂ່າວສານເປັນປະຈຳ ແລະ ແຫຼ່ງຂ່າວທີ່ໜ້າເຊື່ອຖື, ປະຕິບັດຕາມແຈ້ງການຂໍ້ແນະນຳຢ່າງເຄັ່ງຂັດເພື່ອຕົນເອງ ແລະ ຄອບຄົວໃຫ້ປອດໄພຈາກພະຍາດດັ່ງກ່າວ
ທີ່ມາ: Media Laos
Hits: 3