ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນອາທິດຜ່ານມານີ້, ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງໆເຊກອງ ໄດ້ລົງຕິດຕາມ ຊຸກຍູ້ການກະກຽມຄວາມພ້ອມຂອງພະນັກງານໂຮງຫມໍແຂວງ ໃນການກະກຽມຄວາມພ້ອມຕອບໂຕ້ພະຍາດອັກເສບປອດ ສາຍພັນໃຫມ່ ( covid 19 ) ແລະ ດ້ວຍຄວາມເປັນຫວ່ງເປັນໃຍຂອງພັກ-ລັດຂັ້ນເທິງ

ຊຶ່ງທ່ານໄດ້ຕິດຕາມການສາທິດການສວມໃສ່ຊຸດອຸປະກອນການແພດໃນການປ້ອງກັນພະຍາດ ຈາກທີມແພດຫມໍ ທີ່ໄດ້ຮັບການຝຶກອົບຮົມມາແລ້ວ ຫລັງຈາກນັ້ນ ທ່ານໄດ້ເນັ້ນຫນັກໃຫ້ບັນດາພະນັກງານແພດ ຫມໍ ເອົາໃຈໃສ່ແນະນໍາວິທີການປ້ອງກັນໃຫ້ຫມໍຄົນອື່ນຕໍ່ໄປຢ່າງທົ່ວເຖິງ ເພື່ອກະກຽມຄວາມພ້ອມຕອບໂຕ້ພະຍາດດັ່ງກ່າວໃຫ່ທັນການ.

ຂ່າວ:ເຊກອງ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້