ຫ້ອງການກະຊວງ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂໍຖືເປັນກຽດແຈ້ງການມາຍັງທ່ານຫົວຫນ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງ, ແຂວງ ແລະ ບັນດາຫົວຫນ່ວຍທຸລະກິດບໍລິການ ໃນຂະນະແຫນ່ງທ່ອງທ່ຽວ, ສະມາຄົມທຸລະກິດທ່ອງທ່ຽວລາວ, ສະມາຄົມໂຮງແຮມ ແລະ ຮ້ານອາຫານໃນຂອບເຂດທົ່ວປະເທດ ເພື່ອແຈ້ງໄປຍັງບັນດາຫົວຫນ່ວຍທຸລະກິດໃນຂະແຫນ່ງການທ່ອງທ່ຽວ ພາຍໃນແຂວງຂອງຕົນໃຫ້ເຂັ້ມງວດໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຫນັງສືແຈ້ງການຂອງຄະນະສະເພາະກິດດັງກ່າວຢ່າງເຂັ້ມງວດ ພ້ອມທັງຕິດຕາມກວດກາ ແລະ ຈັດປະຕິບັດຕາມແຈ້ງການສະບັບນີ້ຢ່າງເຄັ່ງຄັດ ຈົນກວ່າສະພາບການຈະເຂົ້າສູ່ພາວະປົກກະຕິ.

ດັງນັ້ນ, ຈື່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.
Hits: 10