ຂໍຂອບໃຈນຳຜູ້ສະໜັບສະໜູນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ແຕ່ວັນທີ 9-15 ມີນາ 2020 ພ້ອມແຈ້ງເຕືອນເຖິງປະຊາຊົນດັ່ງນີ້: ໃນໄລຍະວັນທີ 11 ຫາ 14 ມີນາ 2020 ຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ  ຊຶ່ງຈະເຮັດໃຫ້ໃຫ້ເກີດມີ ພາຍຸລະດູຮ້ອນ ຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ຟ້າຜ່າ ແລະ ໝາກເຫັບຕົກ ໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນໃຫ້ປະຊາຊົນ ຈົ່ງມີສະຕິ ຕໍ່ສະພາບຝົນຕົກ ລົມແຮງ ແລະ ໃຫ້ຫ່າງໄກຈາກຕົ້ນໄມ້ໃຫ່ຍ ແລະ ສິ່ງປຸກສ້າງບໍ່ທັນສໍາເລັດ ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ

Hits: 76

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້