Monday, May 19, 2025
Kbank Laos โอน รับ จ่าย

5 ນັກຊ໋ອບເທັນນິດລາວ ຮ່ວມຊີງແຊ໋ມໂລກ ທີ່ປະເທດໄທ

5 ທັບນັກກິລາຊ໋ອບເທັນນິດທີມຊາດລາວ ເຂົ້າຮ່ວມຊີງໄຊ 3 ລາຍການ ປະເພດດ່ຽວ, ທີມຄູ ແລະ ທີມຊຸດຊາຍ ການແຂ່ງຂັນກິລາຊ໋ອບເທັນນິດຊີງແຊ໋ມໂລກ ຫຼື ລາຍການ ເດີ ຄິງ ຄັບ ເວີດທົວມາສເຕີ 2020 ອິນເຕີເນເຊິນນອລ ຊ໋ອບ ເທັນນິດ ແຊ໋ມປ້ຽນຊິບ (The King’s Cup World Tour Master 2020 Internationnal Soft Tennis ChampionShips) ລະຫວ່າງວັນທີ 9-15 ມີນານີ້ ທີ່ແຂວງພັດທະຍາ ຣາຊະອານາຈັກໄທ ຮັບກຽດເປັນເຈົ້າພາບ ໂດຍມີ 4 ຊາດເຂົ້າຮ່ວມຊີງໄຊ.

ການແຂ່ງຂັນກິລາຊ໋ອບເທັນນິດ ລາຍການ ເດີ ຄິງ ຄັບ ເວີດທົວມາສເຕີ 2020 ອິນເຕີເນເຊິນນອລ ຊ໋ອບ ເທັນນິດ ແຊ໋ມປ້ຽນຊິບ ລະຫວ່າງວັນທີ 9-15 ມີນາ 2020 ທີ່ແຂວງດັ່ງກ່າວ ເບື້ອງຕົ້ນຈະມີຫຼາຍປະເທດເຂົ້າຮ່ວມແຂ່ງຂັນແຕ່ຍ້ອນ ສະພາບພະຍາດສາຍພັນໃໝ່ ໂຄວິດ-19 ແຜ່ລະບາດໜັກ.

ຈຶ່ງມີນັກກິລາພຽງ 4 ຊາດ ເຂົ້າຮ່ວມແຂ່ງຂັນ ປະກອບມີ ເຈົ້າພາບ ໄທ, ມາເລເຊຍ, ອິນໂດເນເຊຍ ແລະ ສປປ ລາວ, ໃນນັ້ນ ມີການຊີງໄຊກັນທັງໝົດ 6 ລາຍການ ຄື ປະເພດດ່ຽວຍິງ-ຊາຍ, ທີມຄູ່ຍິງ-ຊາຍ ແລະ ທີມຊຸດຍິງ-ຊາຍ ແຕ່ສະເພາະລາວ ສົ່ງພຽງ 3 ລາຍການ ກໍຄື ດ່ຽວ, ທີມຄູ່ ແລະ ທີມຊຸດ ປະເພດຊາຍເທົ່ານັ້ນ.

ແຫຼ່ງຂໍ້ມູນ: Lao su su ລາວ ສູ້ ສູ້

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້