ວັນທີ 10 ເດືອນ ມີນາ ປີ2020 ກອງທຶນປົກຮັກສາສິ່ງແວດລ້ອມ ແລະ ຫ້ອງການຄຸ້ມຄອງ ຮ່ວມກັບ ບໍລິການຕົວເມືອງ ນະຄອນຫຼວງວຽງຈັນ, ພ້ອມດ້ວຍຄະນະ ໄດ້ລົງກວດກາ ບັນດາຮ່ອງລະບາຍນໍ້າ ສາຍແມ່, ສາຍສຳຮອງ ແລະ ຮ່ອງແຄມທາງໃນຕົວເມືອງ, ການລະບາຍນ້ຳຄົວເຮືອນ ແລະ ລະບາຍນ້ຳຝົນ ໃນຕົວເມືອງ ແມ່ນລະບາຍລົງໃສ່ຮ່ອງສາຍແມ່ ແລະ ເຊື່ອມຕໍ່ລົງໃສ່ບຶງທາດຫລວງ – ຫ້ວຍໝາກຮຽວ

ສະພາບລະບົບລະບາຍນ້ຳດັ່ງກ່າວ ປະຈຸບັນ ມີສະພາບຮົກ, ເຮືອ ເຕັມໄປດ້ວຍດິນຕົມ, ຫຍ້າ, ຜັກຕົບ ແລະ ສິ່ງເສດເຫລືອຕ່າງໆເກີດຂຶ້ນໃນຮ່ອງລະບາຍນ້ຳແຄມທາງ, ຮ່ອງສາຍແມ່ໃນຕົວເມືອງ ແລະ ຊານເມືອງ ເຮັດໃຫ້ການລະບາຍນ້ຳມີຄວາມຫຍຸ້ງຍາກ ເກີດມີນໍ້າຂັງຕາມແຄມທາງໃນຕົວເມືອງໃນເວລາເກີດມີຝົນຕົກຫນັກ, ເພື່ອເປັນການຕ້ານສະພາບນ້ຳຂັງໃນຕົວເມືອງ ໃນຊ່ວງລະດູຝົນ ມີຄວາມຈຳເປັນ ຕ້ອງໄດ້ມີການອະນາໄມ ລວງຮ່ອງໂດຍເອົາດິນຕົນ, ຫຍ້າ, ຜັກຕົບ ແລະ ສິ່ງເສດເຫລືອຕ່າງໆ ຂຶ້ນຈາກບັນດາລະບົບລະບາຍນ້ຳດັ່ງກ່າວ ເພື່ອເຮັດໃຫ້ຮ່ອງລະບາຍນ້ຳມີຄວາມສະອາດ ເຮັດໃຫ້ການລະບາຍນ້ຳໄຫລສະດວກ ແລະ ເພື່ອປ້ອງກັນສະພາບນໍ້າຂັງ


ທີ່ມາ: ກອງທຶນປົກຮັກສາສິ່ງແວດລ້ອມ
Hits: 9