ຂໍຂອບໃຈນຳຜູ້ສະໜັບສະໜູນ

ຈາກຂ່າວລືທີ່ວ່າຈະມີການຍົກເລີກຖ້ຽວບິນ ລະຫວ່າງ ວຽງຈັນ ຫາ ບາງກອກ ທາງອິນໄຊລາວ ຈື່ງໄດ້ກວດສອບໄປທີ່ບໍລິສັດ ການບິນລາວ ແລະ ການບິນໄທ ເຊິ່ງທັງສອງບໍລິສັດແມ່ນຍັງໃຫ້ບໍລິການຕາມປົກກະຕິ, ທາງດ້ານຂອງແອເອເຊຍແມ່ນເຮົາໄດ້ກວດສອບໄປທີ່ເວັບໄຊຈອງປີ້ (ແຕ່ມື້ນີ້ຫາທ້າຍເດືອນເມສາ) ປະກົດເຫັນວ່າຍັງສາມາດຈອງປີ້ໄດ້ປົກກະຕິ, ສຳລັບທາງດ້ານຂອງ Bangkok Airways ນັ້ນ ແມ່ນປະກາດໂຈະຖ້ຽວບິນ ເສັ້ນທາງບິນ ບາງກອກ-ວຽງຈັນ ແບບບໍ່ມີກໍານົດ

ຫຼັງຈາກທີ່ Bangkok Airways ໄດ້ປະກາດໂຈະຊົ່ວຄາວ ເສັ້ນທາງບິນ ບາງກອກ-ວຽງຈັນ ເລີ່ມແຕ່ວັນທີ 10 ມີນາ 2020 ເປັນຕົ້ນໄປ (ຍົກເວັ້ນວັນທີ 24 ມີນາ 2020) ເຮັດໃຫ້ສັງຄົມມີການເຂົ້າໃຈຜິດວ່າ ສາຍການບິນ ທີ່ບິນລະຫວ່າງວຽງຈັນ-ບາງກອກ ຂອງທຸກໆສາຍການບິນຈະຖຶກປິດໄປນໍາຫຼືບໍ່ ມື້ນີ້ອິນໄຊລາວ ໄດ້ກວດສອບໄປທາງ ການບິນລາວ ແລະ ການບິນໄທ ເຊິ່ງທັງສອງສາຍການບິນ ແມ່ນຍັງບິນປົກກະຕິ, ສ່ວນທາງດ້ານຂອງແອເອເຊຍ ຈາກມື້ນີ້ຈົນຮອດທ້າຍເດືອນເມສາ ຕອນນີ້ຍັງສາມາດຈອງໄດ້ປົກກະຕິ

ສໍາລັບສາຍການບິນພາຍໃນປະເທດ ເຊັ່ນ: ການບິນລາວ ແລະ ລາວສະກາຍເວ ແມ່ນໄດ້ຫຼຸດເສັ້ນບິນລົງ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເນື່ອງຈາກສາເຫດຫຼັກໆຄືຈໍານວນຜູ້ໂດຍສານ ທີ່ກັງວົນໄວຣັດ COVID-19 ເຊິ່ງສາຍການບິນທົ່ວໂລກຕ່າງກໍ່ພະຍາຍາມຮັກສາ ສະຖານະການເງິນ ແລະ ລາຍຮັບຂອງຕົນເອງໄວ້,ລວມເຖິງການໃຫ້ພະນັກງານພັກວຽກໂດຍບໍ່ຮັບເງິນເດືອນ, ຈຶ່ງໄດ້ມີການຕັດເສັ້ນທາງບາງສາຍອອກ.

ແນວໃດກໍ່ດີ, ອິນໄຊລາວຂໍໃຫ້ຜ່ານພົ້ນວິກິດນີ້ໄປໂດຍໄວ

Hits: 8

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້