ຂໍຂອບໃຈນຳຜູ້ສະໜັບສະໜູນ

ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງສີໂຄດຕະບອງ ສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມສີໄຄ ແລະ ອຳນາດການປົກຄອງບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຂົ້າກັກຕົວເປົ້າໝາຍເຄື່ອນໄຫວຄ້າຂາຍຢາເສບຕິດ ໃນທ້າຍເດືອນກຸມພາທີ່ຜ່ານມາ ໄດ້ 1 ຄົນ, ພາຍໃນເຮືອນຂອງຜູ້ກ່ຽວ ພ້ອມຂອງກາງຢາບ້າ 2250 ເມັດ, ທີ່ຊຸກເຊື່ອງໄວ້ພາຍໃນເຮືອນ ມາດຳເນີນຄະດີ ຄື: ນ. ລັດສະໝີ ຫຼື ຈຸ່ນ ອາຍຸ 39 ປີ, ປະຊາຊົນ ບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

 ຜ່ານມາສືບສວນ-ສອບສວນຂອງເຈົ້າໜ້າທີ່ ນ. ລັດສະໝີ ໄດ້ຮັບສາລະພາບວ່າ: ຢາບ້າທີ່ເຈົ້າໜ້າທີ່ຄົ້ນພົບຈຳນວນດັ່ງກ່າວແມ່ນຂອງຕົນເອງແທ້, ຕົນໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາບ້າແຕ່ ເດືອນ ມິຖຸນາ 2016 ເປັນຕົ້ນມາ; ເຊິ່ງໄດ້ໄປຊື້ຢາບ້ານໍາຊາຍຄົນໜຶ່ງ ໃນບ້ານດຽວກັນຢູ່ເຮືອນຂອງຜູ້ກ່ຽວ ຊື້ຄັ້ງລະ 1-2 ຖົງ ( 200-400 ເມັດ ), ເມື່ອໄດ້ຢາມາແລ້ວ ກໍນຳມາຂາຍໃຫ້ກຸ່ມໄວລຸ້ນຢູ່ພາຍໃນບ້ານ ແລະ ກຸ່ມຄົນທີ່ຕ້ອງການຈົນໝົດ ແລະ ໃນຄັ້ງລ່າສຸດເມື່ອວັນທີ 21 ກຸມພາ 2020 ຕົນໄດ້ໄປຊື້ຢາບ້ານຳຊາຍຄົນດັ່ງກ່າວອີກ ໃນຈຳນວນ 1 ມັດ ຫຼື 10 ຖົງ ( 20,000 ເມັດ ) ແລ້ວມາຂາຍໃຫ້ໄວລຸ້ນກຸ່ມເກົ່າ. ຕົກມາຮອດວັນທີ 20 ກຸມພາ 2020, ເວລາ 14: 00 ໂມງ ໃນຂະນະທີ່ຕົນນັ່ງກິນເຂົ້າຢູ່ໃນເຮືອນນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກັກຕົວ ພ້ອມກວດຄົ້ນເຮືອນຕົນ ພົບຂອງກາງຢາບ້າລວມທັງໝົດ 2250 ເມັດ, ທີ່ຕົນໄດ້ຊຸກເຊື່ອງໄວ້ເພື່ອລໍຖ້າຂາຍ.

ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີໂຄດຕະບອງ ໄດ້ໃຫ້ຮູ້ອີກວ່າ: ຄະດີລາຍນີ້ປັດຈຸບັນ ແມ່ນຢູ່ໃນຂັ້ນຕອນສືບສວນ-ສອບສວນ ເພື່ອຂະຫຍາຍຜົນຊອກຫາກຸ່ມແກ້ງທີ່ຮ່ວມຂະບວນການ ນຳມາລົງໂທດ ແລະ ເລັ່ງສະຫຼຸບສຳນວນ-ສຳເນົາຄະດີ ສົ່ງໃຫ້ອົງການໄອຍະການປະຊາຊົນເຂດ ນະຄອນຫຼວງວຽງຈັນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂໍ້ມູນ ແລະ ຮູບພາບ: ປກສ ເມືອງສີໂຄດຕະບອງ

Hits: 4

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້